• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ການ​ຮ່ວມ​ມື​ລົງ​ທຶນ​ບັນ​ລຸ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ຢັ້ງຢືນວ່າ ລັດຖະບານ ຍາມໃດກໍໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກ ແລະ ຮ່ວມເດີນທາງພ້ອມກັບບັນດາຄູ່ຮ່ວມມືສາກົນ,ບັນດາວິສາຫະກິດ, ນັກລົງທຶນພາຍໃນ ແລະ ຕ່າງປະເທດ ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ຍືນຍົງ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ (ພາບ: VGP)

ຕອນບ່າຍວັນທີ 07 ເມສາ, ໃນຂອບເຂດກອງປະຊຸມລົງທຶນປະຈຳປີ (AIM Congress) 2025, ໄດ້ດຳເນີນຢູ່ Abu Dhabi, ສະຫະລັດ ອາຣັບ ເອມມີເລດ (UAE), ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ມີບົດກ່າວປາໄສສຳຄັນໃນວາລະປຶກສາຫາລືຕາມຫົວເລື່ອງ ກ່ຽວກັບການດຶງດູດນັກລົງທຶນຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ຮູ້ວ່າ ຫວຽດນາມ ພວມສຸມໃສ່ “ແກ້ໄຂຈຸດອຸດຕັນ”, ສ້າງກຳລັງໜູນເຕີບໂຕໃໝ່ ແລະ ລະດົມແຫຼ່ງກຳລັງເພື່ອສູ້ຊົນບັນລຸລະດັບເຕີບໂຕແຕ່ 8% ຂຶ້ນໄປໃນປີນີ້, ສ້າງພື້ນຖານຊຸກຍູ້ການເຕີບໂຕ 2 ຕົວເລກໃນໄລຍະຕໍ່ໄປ.

ກ່ຽວກັບການຮ່ວມມືລົງທຶນຕ່າງປະເທດ, ຫວຽດນາມ ກຳນົດທິດດຶງດູດ FDI ຢ່າງມີການຄັດເລືອກ, ສຸມໃສ່ບັນດາຂົງເຂດ: ພັດທະນາພື້ນຖານໂຄງລ່າງຍຸດທະສາດ, ວິທະຍາສາດເຕັກໂນໂລໂນຢີ, ຫັນເປັນດີຈີຕອນ, ນະວັດຕະກຳ, ອຸດສາຫະກຳຊີວະພາບ, ວັດຖຸໃໝ່, ຊິບຊັກນຳໄຟຟ້າ, AI, ພະລັງງານທົດແທນ, ພະລັງງານໃໝ່, logistics, ການເງິນສີຂຽວ… ສິ່ງທີ່ເປັນໜ້າສົນໃຈແມ່ນ, ໃນປີ 2025, ຫວຽດນາມ ສູ້ຊົນຫຼຸດຜ່ອນເວລາແກ້ໄຂລະບຽບການບໍລິຫານລົງຢ່າງໜ້ອຍສຸດ 30%. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ຢັ້ງຢືນວ່າ ລັດຖະບານ ຍາມໃດກໍໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກ ແລະ ຮ່ວມເດີນທາງພ້ອມກັບບັນດາຄູ່ຮ່ວມມືສາກົນ, ບັນດາວິສາຫະກິດ, ນັກລົງທຶນພາຍໃນ ແລະ ຕ່າງປະເທດ ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ຍືນຍົງ.

(ແຫຼ່ງຄັດຈາກ VOV)

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ວັນທີ 19 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19-5-1890 / 19-5-2026) ຢ່າງສົມກຽດ.

Top