• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ຮັບຮູ້ໄລຍະທາງຟື້ນຟູການພົວພັນກັບ ອາເມລິກາ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ

ລັດເຊຍ ແລະ ອາເມລິກາ ປະຈຸບັນ ພວມຢູ່ໃນໄລຍະຕົ້ນຂອງວິວັດການຟື້ນຟູການພົວພັນສອງຝ່າຍ ແລະ ເນັ້ນຫນັກວ່າ ທັງປະທານາທິບໍດີ Vladimir Putin ແລະ ຄູ່ຮ່ວມຕຳແຫນ່ງ ອາເມລິກາ Donald Trump ລ້ວນແຕ່ ສະແດງໃຫ້ເຫັນ ເຈດຕະນາດີດ້ານການເມືອງ ໃນການຊຸກຍູ້ການເຈລະຈາ ແລະ ປັບປຸງສາຍພົວພັນລະຫວ່າງສອງປະເທດ.
ທ່ານ Dmitry Peskov ໂຄສົກ ວັງ Kremlin (ພາບ: TTXVN)

ວັນທີ 10 ມີນາ, ທ່ານ Dmitry Peskov ໂຄສົກ ວັງ Kremlin ຖືວ່າ: ເລ່ືອງຟື້ນຟູການພົວພັນ ລະຫວ່າງ ລັດເຊຍ ແລະ ອາເມລິກາ ຈະແມ່ນວິວັດການຍາວນານ ແລະ ເຕັມໄປດ້ວຍສິ່ງທົດສອບ, ແຕ່ສິ່ງສຳຄັນ ແມ່ນສອງຝ່າຍໄດ້ສະແດງໃຫ້ເຫັນເຈດຕະນາດີໃນການປັບປຸງການພົວພັນສອງຝ່າຍ. ກ່າວຄຳເຫັນທີ່ການຖະແຫລງຂ່າວ, ທ່ານ Peskov ໃຫ້ຮູ້ວ່າ: ລັດເຊຍ ແລະ ອາເມລິກາ ປະຈຸບັນ ພວມຢູ່ໃນໄລຍະຕົ້ນຂອງວິວັດການຟື້ນຟູການພົວພັນສອງຝ່າຍ ແລະ ເນັ້ນຫນັກວ່າ ທັງປະທານາທິບໍດີ Vladimir Putin ແລະ ຄູ່ຮ່ວມຕຳແຫນ່ງ ອາເມລິກາ Donald Trump ລ້ວນແຕ່ ສະແດງໃຫ້ເຫັນ ເຈດຕະນາດີດ້ານການເມືອງ ໃນການຊຸກຍູ້ການເຈລະຈາ ແລະ ປັບປຸງສາຍພົວພັນລະຫວ່າງສອງປະເທດ.

ແລະ ກໍຕາມທ່ານ ໂຄສົກ Peskov ແລ້ວ, ນັບແຕ່ເມື່ອທ່ານ Trump ຮັບດຳລົງຕຳແຫນ່ງຜູ້ນຳຫນ້າທຳນຽບຂາວ ໃນເດືອນມັງກອນປີນີ້, ທ່ານປະທານາທິບໍດີ Putin ພຽງແຕ່ມີການເຈລະຈາທາງໂທລະສັບກັບຄູ່ຕຳແຫນ່ງ ອາເມລິກາ 01 ຄັ້ງ, ໃນນັ້ນ ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບຫລາຍຫົວຂໍ້ຄື: ບັນຫາ ຢູແກຼນ ແລະ ການພົວພັນສອງຝ່າຍ. ສອງຝ່າຍ ກໍເຫັນດີຈະຮັກສາການພົວພັນ ແລະ ດຳເນີນການເຈລະຈາແບບເຊິ່ງໜ້າໃນອະນາຄົດ.

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຮັກສາກົນໄກຈັດກອງປະຊຸມປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ປະເທດໃຫ້ມີປະສິດທິຜົນ

Top