• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ຢັ້ງຢືນ ປັບປຸງການຮ່ວມມືຍຸດທະສາດກັບ ຈີນ

      ລັດເຊຍ ພ້ອມແລ້ວທີ່ຈະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ ຢູ່ໃນລະດັບສູງ ກໍຄືການສົມທົບທາງດ້ານຍຸດທະສາດລະຫວ່າງສອງປະເທດ. 
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)
      ນີ້ແມ່ນຄຳຢືນຢັນຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການເຈລະຈາທາງໂທລະສັບ ກັບກຳມະການກົມການເມືອງ ພັກກອມມູນິດ ຈີນ ຢ໊າງຈຽນຊື ໃນວັນທີ 25 ພຶດສະພາ. ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ປະເທດນີ້ ພ້ອມແລ້ວທີ່ຈະສົມທົບກັບ ຈີນ ເພື່ອປົກປ້ອງລັດທິຫຼາຍຝ່າຍ ແລະ ປະກອບສ່ວນຮັກສາສະຖຽນລະພາບຍຸດທະສາດທົ່ວໂລກ.
        ສ່ວນທ່ານ ຢາງຈຽນຊື ຕັກເຕືອນວ່າ ສອງປະເທດຄວນຮັກສາການສະໜັບສະໜູນເຊິ່ງກັນແລະກັນໃນບັນດາບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດແຫ່ງຊາດ, ສ້າງການພົວພັນບົນພື້ນຖານເຄົາລົບເຊິ່ງກັນແລະກັນ, ຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມທັງນຳມາເຊິ່ງສະຖຽນລະພາບ ແລະ ແຫຼ່ງພະລັງງານທີ່ດີໃຫ້ແກ່ໂລກ. 
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top