ວັນທີ 19 ສິງຫາ, ທ່ານ Vladimir Putin, ປະທານາທິບໍດິສະຫະພັນ ລັດເຊຍ ໄດ້ເປັນປະທານກອງປະຊຸມສະພາກ່ຽວກັບການພັດທະນາຍຸດທະສາດ ແລະ ບັນດາໂຄງການແຫ່ງຊາດ, ສຸມໃສ່ແຜນການປັບປຸງກົນໄກພື້ນຖານເສດຖະກິດຮອດປີ 2030. ຕາມນັ້ນແລ້ວ, ລັດເຊຍ ໄດ້ວາງເປົ້າໝາຍຫັນປ່ຽນໄປສູ່ຮູບແບບພັດທະນາແບບຍືນຍົງ, ດ້ວຍບັນດາຈຸດສຸມແມ່ນຊຸກຍູ້ການລົງທຶນ, ຍົກສູງສະມັດຕະພາບ, ປ່ຽນແປງໃໝ່ເຕັກໂນໂລຊີ, ຍົກສູງປະສິດທິຜົນບັນດາໂຄງການແຫ່ງຊາດ ແລະ ຮັບປະກັນການເງິນໃຫ້ເປັນປົກກະຕິຢູ່ບັນດາທ້ອງຖິ່ນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານາທິບໍດີ Vladimir Putin ຮຽກຮ້ອງໃຫ້ກວດກາຄືນປະສິດທິຜົນບັນດາມາດຕະການໜູນຊ່ວຍການລົງທຶນ, ສຸມໃສ່ແຫຼ່ງກຳລັງເຂົ້າໃນການຫັນເປັນທັນສະໄໝ, ຍົກສູງສະມັດຕະພາບແຮງງານ ແລະ ປ່ຽນແປງໃໝ່ເຕັກໂນໂລຊີ. ເລື່ອງນຳໃຊ້ເຕັກໂນໂລຊີກໍ່ໄດ້ຮຽກຮ້ອງໃຫ້ເປີດກວ້າງໄປສູ່ບັນດາຂົງເຂດອື່ນຄື ສາທາລະນະສຸກ, ການສຶກສາ.






