• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີການຕ່າງປະເທດ G7 ກະກຽມໃຫ້ແກ່ກອງປະຊຸມສຸດຍອດ

      ລັດຖະມົນຕີການຕ່າງປະເທດ G7 ຈະປຶກສາຫາລືຫຼາຍຫົວເລື່ອງສຳຄັນໃນການພົວພັນສາກົນ, ໃນນັ້ນຈຸດສຸມແມ່ນການພົວພັນກັບລັດເຊຍ ແລະ ຈີນ
ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມໂດຍກົງຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດກຸ່ມບັນດາປະເທດ G7
ໃນຮອບເວລາ 2 ປີຜ່ານມາ. (ພາບປະກອບ: KT)
      ວັນທີ 03 ພຶດສະພາ, ລັດຖະມົນຕີບັນດາປະເທດອຸດສາຫະກຳພັດທະນາ G7 ເລີ່ມດຳເນີນກອງປະຊຸມໂດຍກົງແກ່ຍາວເປັນເວລາ 3 ວັນຢູ່ນະຄອນຫຼວງ ລອນດອນ, ປະເທດອັງກິດ ເພື່ອກະກຽມໂຄງການດຳເນີນງານໃຫ້ແກ່ກອງປະຊຸມສຸດຍອດ G7 ໃນເດືອນ ມິຖຸນາ 2021, ດ້ວຍບັນດາຫົວເລື່ອງຈຸດສຸມແມ່ນວິທີການແກ້ໄຂການພົວພັນກັບ ລັດເຊຍ ແລະ ຈີນ.
        ແຈ້ງຂ່າວຕໍ່ວົງການນັກຂ່າວໃນວັນທີ 02 ພຶດສະພາ, ທ່ານ Dominic Raab, ລັດຖະມົນຕີການຕ່າງປະເທດອັງກິດ, ເຊິ່ງແມ່ນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ G7 ປີ 2021, ໃຫ້ຮູ້ວ່າ, ລັດຖະມົນຕີການຕ່າງປະເທດ G7 ຈະປຶກສາຫາລືຫຼາຍຫົວເລື່ອງສຳຄັນໃນການພົວພັນສາກົນ, ໃນນັ້ນຈຸດສຸມແມ່ນການພົວພັນກັບລັດເຊຍ ແລະ ຈີນ, ການພົວພັນລະຫວ່າງ ລັດເຊຍ ແລະ ຈີນ ກັບບັນດາປະເທດ G7 ພວມຊົ່ວຮ້າຍລົງໃນໄລຍະຜ່ານມາ, ວິທີການແກ້ໄຂໂລກລະບາດໂຄວິດ-19 ຕອນຕົ້ນຂອງ ຈີນ…
        ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມໂດຍກົງຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດກຸ່ມບັນດາປະເທດ G7 ໃນຮອບເວລາ 2 ປີຜ່ານມາ.
(ແຫຼ່ງຄັດຈາກ VOV)

 

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ

Top