• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີການຕ່າງປະເທດ ອາເມລິກາ ຢ້ຽມຢາມ ຫວຽດນາມ

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານ Blinken ໃນຖານະຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ອາເມລິກາ.
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ:AFP)

ວັນທີ 11 ເມສາ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຈະມາຢ້ຽມຢາມ ຫວຽດນາມ. ການຢ້ຽມຢາມຖືກດຳເນີນແຕ່ວັນທີ 14 – 16 ເມສາ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານ Blinken ໃນຖານະຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ອາເມລິກາ.

ການຢ້ຽມຢາມຖືກດຳເນີນພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໃນວັນທີ 29 ມີນາ ຜ່ານມາ ແລະ ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top