• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີການຕ່າງປະເທດ ຫວຽດນາມ - ຈີນ ດຳເນີນການແລກປ່ຽນຍຸດທະສາດ

ຕອນບ່າຍວັນທີ 15 ມີນາ, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ດຳເນີນການແລກປ່ຽນຍຸດທະສາດກັບທ່ານ ວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ, ເນື່ອງໃນໂອກາດຈັດກອງປະຊຸມຄັ້ງທີ 17 ຄະນະຊີ້ນຳການຮ່ວມມື 2 ຝ່າຍ ແລະ ກອງປະຊຸມຄັ້ງທຳອິດການເຈລະຈາຍຸດທະສາດຂັ້ນລັດຖະມົນຕີການຕ່າງປະເທດ, ການປ້ອງກັນຊາດ, ຕຳຫຼວດ ຫວຽດນາມ - ຈີນ. ຢູ່ທີ່ນີ້, ທ່ານລັດຖະມົນຕີ ເລຮວ່າຍຈຸງ ສະເໜີໃຫ້ 2 ຝ່າຍສົ່ງເສີມວຽກງານການຮ່ວມມືລະຫວ່າງທ້ອງຖິ່ນຢ່າງແທດຈິງກວ່າ, ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ສູ້ຊົນເພີ່ມຈຳນວນແຂກທ່ອງທ່ຽວມາຢ້ຽມຢາມຢູ່ແຕ່ລະປະເທດ; ຍູ້ການຮ່ວມມມືດ້ານວັດທະນະທຳລະຫວ່າງ 2 ປະເທດຢ່າງແຮງກວ່າ. ຕີລາຄາສູງບັນດາຂໍ້ສະເໜີການຮ່ວມມືຂອງທ່ານລັດຖະມົນຕີ ເລຮວ່າຍຈຸງ, ທ່ານລັດຖະມົນຕີ ວາງອີ ເນັ້ນໜັກວ່າ ຈີນ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງໃຫ້ມີປະສິດທິຜົນ; ສະເໜີໃຫ້ 2 ຝ່າຍຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ; ພ້ອມແລ້ວທ່ີຈະພ້ອມກັບ ຫວຽດນາມ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ພ້ອມກັນພັດທະນາ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.
  ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ ວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ (ພາບ: TTXVN)  

ຕອນບ່າຍວັນທີ 15 ມີນາ, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ດຳເນີນການແລກປ່ຽນຍຸດທະສາດກັບທ່ານ ວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ, ເນື່ອງໃນໂອກາດຈັດກອງປະຊຸມຄັ້ງທີ 17 ຄະນະຊີ້ນຳການຮ່ວມມື 2 ຝ່າຍ ແລະ ກອງປະຊຸມຄັ້ງທຳອິດການເຈລະຈາຍຸດທະສາດຂັ້ນລັດຖະມົນຕີການຕ່າງປະເທດ, ການປ້ອງກັນຊາດ, ຕຳຫຼວດ ຫວຽດນາມ - ຈີນ.

        ຢູ່ທີ່ນີ້, ທ່ານລັດຖະມົນຕີ ເລຮວ່າຍຈຸງ ສະເໜີໃຫ້ 2 ຝ່າຍສົ່ງເສີມວຽກງານການຮ່ວມມືລະຫວ່າງທ້ອງຖິ່ນຢ່າງແທດຈິງກວ່າ, ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ສູ້ຊົນເພີ່ມຈຳນວນແຂກທ່ອງທ່ຽວມາຢ້ຽມຢາມຢູ່ແຕ່ລະປະເທດ; ຍູ້ການຮ່ວມມມືດ້ານວັດທະນະທຳລະຫວ່າງ 2 ປະເທດຢ່າງແຮງກວ່າ.

        ຕີລາຄາສູງບັນດາຂໍ້ສະເໜີການຮ່ວມມືຂອງທ່ານລັດຖະມົນຕີ ເລຮວ່າຍຈຸງ, ທ່ານລັດຖະມົນຕີ ວາງອີ ເນັ້ນໜັກວ່າ ຈີນ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງໃຫ້ມີປະສິດທິຜົນ; ສະເໜີໃຫ້ 2 ຝ່າຍຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ; ພ້ອມແລ້ວທ່ີຈະພ້ອມກັບ ຫວຽດນາມ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ພ້ອມກັນພັດທະນາ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ວັງ Kremlin: ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູ​ແກຼນ​ຢຸດ​ຕິ​ຊົ່ວ​ຄາວ

ວັງ Kremlin: ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູ​ແກຼນ​ຢຸດ​ຕິ​ຊົ່ວ​ຄາວ

ທ່ານ Peskov ຖືວ່າ ວິວັດການປຶກສາຫາລືຖືກຂາດວັກຂາດຕອນແມ່ນສິ່ງອາດສາມາດເຂົ້າໃຈໄດ້ ໃນສະພາບການການປະທະນັນເພີ່ມຂຶ້ນເຖິງຂັ້ນອັນຕະລາຍຢູ່ ພາກພືນຕາເວັນອອກກາງ.

Top