ທ່ານພົນໂທ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຕ້ອນຮັບທ່ານ Moshe Edri
ຫົວໜ້າກົມໃຫຍ່ກະຊວງຕຳຫຼວດແຫ່ງ ອິດສະຣາແອັນ
(ພາບ: cand.com.vn)
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ປາດຖະໜາວ່າ ໃນໄລຍະຈະມາເຖິງ ສອງກະຊວງ ຈະສືບຕໍ່ຊຸກຍູ້ເປີດກວ້າງການພົວພັນຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນນັ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານອາດຊະຍາກຳ, ພິເສດແມ່ນອາດຊະຍາກຳຂ້າມຊາດ; ເປີດກວ້າງການຮ່ວມມືກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ປ້ອງກັນ, ຕ້ານອັກຄີໄພ, ກູ້ຊີບ,ກູ້ໄພ, ວຽກງານບຳລຸງ-ກໍ່ສ້າງ ພະນັກງານ, ວິທະຍາສາດເຕັກໂນໂລຢີ ແລະ ອື່ນໆ.
ຕອນເຊົ້າຂອງວັນດຽວກັນ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນໂທ ຫງວຽນວັນແທ່ງ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນຫົວໜ້າຄະນະ ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດແຫ່ງ ອິດສະຣາແອັນ ໂດຍທ່ານ Moshe Edri ຫົວໜ້າກົມໃຫຍ່ກະຊວງຕຳຫຼວດແຫ່ງ ອິດສະຣາແອັນ ນຳໜ້າ.
(ແຫຼ່ງຄັດຈາກ VOV)