• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ ຫວຽດນາມ ຍາມໃດກໍ່ຮວ່ມເດີນທາງກັບປະຊາຄົມ ວິສາຫະກິດ

      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ຮັບຟັງດ້ວຍຈິດໃຈຮັບເອົາຄຳເຫັນປະກອບຢ່າງຈິງໃຈ, ຄວາມຮັບຜິດຊອບຢ່າງສູງ ຕໍ່ບັນດາຂໍ້ສະເໜີ ຂອງລັດຖະບານ ແລະ ພ້ອມແລ້ວທີ່ຈະຕອບສະໜອງໃນເງື່ອນໄຂເໝາະສົມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ
      ຕອນບ່າຍວັນທີ 14 ກັນຍາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການເຮັດວຽກກັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ແລະ ບາງສະຫະສະມາຄົມ, ວິສາຫະກິດ ສ.ເກົາຫຼີ ປະຈຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ມພ້ອມແລ້ວສ້າງເງື່ອນໄຂ ແລະ ຮ່ວມເດີນທາງເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີ ວິສາຫະກິດສ.ເກົາຫຼີມາລົງທຶນ, ດຳເນີນທຸລະກິດຢ່າງສະດວກ. ລັດຖະບານ ຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍຫຼາຍມາດຕະການເພື່ອຄວບຄຸມ, ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ. ທ່ານນາຍົກລັດຖະມົນຕີຢັ້ງຢືນແຜນນະໂຍບາຍສັກວັກຊິນໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ ແລະ ຊາວຕ່າງປະເທດທີ່ພວມພັກພາອາໄສຢູ່ ຫວຽດນາມ, ບຸລິມະສິດສັກວັກຊິນໃຫ້ແກ່ຜູ້ອອກແຮງງານຢູ່ເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ, ເຂດເຕັກໂນໂລຢີສູງ, ເຮັດວຽກໃນບັນດາລະບົບສະໜອງຢູ່ ວິສາຫະກິດ, ໃນນັ້ນມີວິສາຫະກິດສ.ເກົາຫຼີ. ທ່ານນາຍົກລັດຖະມົນຕີ ສະເໜີຝ່າຍສ.ເກົາຫຼີສືບຕໍ່ໜູນຊ່ວຍ ຫວຽດນາມ ມີວັກຊິນຫຼາຍທີ່ສຸດ, ໄວທີ່ສຸດດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ ແລະ ຮ່ວມມືກັນໃນການຖ່າຍທອດເຕັກໂນໂລຢີ, ຜະລິດວັກຊິນ, ຢາປິ່ນປົວ, ວັດຖຸອຸປະກອນການແພດ, ຝ່າຍສ.ເກົາຫຼີໜູນຊ່ວຍ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ຫວຽດນາມ ໃນການຮ່ວມມືລົງທຶນ.
      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ຮັບຟັງດ້ວຍຈິດໃຈຮັບເອົາຄຳເຫັນປະກອບຢ່າງຈິງໃຈ, ຄວາມຮັບຜິດຊອບຢ່າງສູງ ຕໍ່ບັນດາຂໍ້ສະເໜີ ຂອງລັດຖະບານ ແລະ ພ້ອມແລ້ວທີ່ຈະຕອບສະໜອງໃນເງື່ອນໄຂເໝາະສົມ. ລັດຖະບານ ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ຮ່ວມເດີນທາງກັບວິສາຫະກິດ ເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ມີກຳລັງໜູນຢ່າງແຮງກ່ວາອີກ ໃນການແກ້ໄຂຜົນເສຍຫາຍ, ຟື້ນຟູການຜະລິດ, ດຳເນີນທຸລະກິດ, ຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກນີ້.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງການ ພັດທະນາປະສິດທິຜົນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ

Top