• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ ລາວ ປະກາດໃຫ້ເມືອງສະໜາມໄຊເປັນເຂດ ໄພພິບັດສຸກເສີນ

 

ພາບນຳ້ຖ້ວມຢູ່ເມືອງສະໜາມໄຊ ແຂວງ ອັດຕະປື ທີ່ໄດ້ຮັບຜົນກະທົບຈາກອຸບັດຕິເຫດໂຄງການກໍ່ສ້າງ
ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ. (ພາບ: THX/VNA)
ສຳນັກຂ່າວສານປະເທດ ລາວ (KPL) ໄດ້ລົງແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໃນວັນທີ 24 ກໍລະກົດ 2018 ໄດ້ໃຫ້ຮູ້ວ່າ: ລັດຖະບານປະກາດໃຫ້ເອົາເຂດທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຂອງເມືອງສະໜາມໄຊ ແຂວງ ອັດຕະປື ເປັນເຂດໄພພິບັດ ສຸກເສີນ ທີ່ໄດ້ຮັບຜົນກະທົບຈາກອຸບັດຕິເຫດໂຄງການກໍ່ສ້າງ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ ແຂວງ ອັດຕະປື.

ເບື້ອງຕົ້ນມີປະຊາຊົນທີ່ໄດ້ຮັບຜົນກະທົບຈຳນວນ 1.005 ຄອບຄົວ, ມີຜູ້ສູນຫາຍປະມານ 34 ຄົນ.

ທ່ານ ປະສົງ ວົງຄຳຈັນ, ຫົວໜ້າກົມສັງຄົມສົງເຄາະ, ທັງເປັນຫົວໜ້າກອງເລຂາຄະນະກຳມະການປ້ອງກັນ  ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ໃຫ້ຮູ້ວ່າ ໃນນາມກອງເລຂາ ແຫ່ງຊາດ ກຳລັງສືບຕໍ່ຄົ້ນຄວ້າຊ່ວຍເຫລືອສຸກເສີນຜູ້ປະສົບໄພທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ, ເປັນຕົ້ນແມ່ນ ອາຫານ, ທີ່ພັກອາໄສ, ເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດ.

ປັດຈຸບັນ, ກອງເລຂາຄະນະກຳມະການປ້ອງກັນ  ແລະ ຄວບຄຸມໄພພິບັດແຫ່ງຊາດໄດ້ສົມທົບກັບກຳລັງທະຫານ, ຕຳຫລວດ,  ອົງການຈັດຕັ້ງຂອງລັດ-ເອກະຊົນ ແລະ ປະຊາຊົນ ນຳໃຊ້ພາຫະນະທາງເຮືອບິນ,  ລົດຍົນ ແລະ ເຮືອ ເພື່ອລະດົມກັນຊ່ວຍອົບພະຍົບປະຊາຊົນຜູ້ປະສົບໄພ ມາໄວ້ ໃນສະຖານທີ່ສູງ ແລະ ປອດໄພ. ພ້ອມທັງສືບຕໍ່ກູ້ໄພ ຜູ້ທີ່ຍັງຫລົງເຫລືອ ຫລື ຕົກຄ້າງຢູ່ຕາມ ບ້ານເຮືອນ  ແລະ ເຂດທີ່ປະສົບໄພ ທີ່ຍັງອອກມາບໍ່ໄດ້.

ປະຕິບັດ: VNA

 

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top