• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຄວບຄຸມໄພເງິນເຟີ້ສຳເລັດຜົນ, CPI ປີ 2017 ເພີ່ມຂຶ້ນ 3,53%

      ດັດຊະນີການໃຊ້ສອຍສະເລ່ຍປີ 2017 ເພີ່ມຂຶ້ນ 3,53% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຕ່ຳກ່ວາລະດັບຄາດໝາຍເຊິ່ງສະພາແຫ່ງຊາດວາງອອກແຕ່ຕົ້ນປີ

ພາບປະກອບ
      ຕາມກົມໃຫຍ່ສະຖິຕິ ຫວຽດນາມ ແລ້ວ, ດັດຊະນີລາຄາໃຊ້ສອຍໃນເດືອນທັນວາ ເພີ່ມຂຶ້ນ 2,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ດັດຊະນີການໃຊ້ສອຍສະເລ່ຍປີ 2017 ເພີ່ມຂຶ້ນ 3,53% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຕ່ຳກ່ວາລະດັບຄາດໝາຍເຊິ່ງສະພາແຫ່ງຊາດວາງອອກແຕ່ຕົ້ນປີ. ດັ່ງນັ້ນ, ຄາດໝາຍຄວບຄຸມໄພເງິນເຟີ້ຂອງ ລັດຖະບານ ໄດ້ບັນລຸຜົນສຳເລັດ. ທ່າ ຫງວຽນບີກເລີມ, ຫົວໜ້າກົມໃຫຍ່ ສະຖິຕິ ຫວຽດນາມ, ໃຫ້ຮູ້ວ່າ:
        ປີນີ້ແມ່ນປີທີ ສອງ ຢ່າງລຽນຕິດ, ພວກເຮົາຄວບຄຸມໄພເງິນເຟີ້ປະສົບຜົນສຳເລັດ ແລະ ມີບັນດາການບໍລິຫານນະໂຍບາຍການເງິນ, ເງິນຕາເປັນຢ່າງດີ. ພິເສດ, ຜົນສຳເລັດຂອງປີນີ້ແມ່ນຍ້ອນການຄວບຄຸມໄພເງິນເຟີ້ເປັນຢ່າງດີ, ພວກເຮົາມີການດັບປັບບໍລິການສາທາລະນະສຸກ, ລາຄາບໍລິການການສຶກສາ, ລາຄາໄຟຟ້າເພື່ອໃຫ້ລາຄາບັນດາປະເພດສິນຄ້າຍຸດທະສາດໂດຍລັດຄຸ້ມຄອງຄ່ອຍໆສຳພັດກັບກົນໄກຕະຫຼາດ. ດ້ວຍການຊີ້ນຳບໍລິຫານຢ່າງໃກ້ຊິດຂອງລັດຖະບານ, ໄພເງິນເຟີ້ໄດ້ຖືກຄວບຄຸມເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top