• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຍາມໃດກໍ່ເຄົາລົບແລະຮັບປະກັນສິດເສລີໃນການເຫຼື້ອມໄສການເຊື່ອຖືສາສະໜາ

ຕອນຄ່ຳວັນທີ 07 ເມສາ, ຢູ່ວັດ Cadaransi, ເມືອງ 3, ນະຄອນໂຮ່ຈິມິນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ລົງຢ້ຽມຢາມ, ອວຍພອນບັນດາພະສົງສຳມະເນນ, ພຸດທະສາສະນິກກະຊົນ ນາມຕົງຂະແມ ແລະ ຜູ້ຕາງໜ້າຊາວເຜົ່າຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay.


(ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ

ລົງຢ້ຽມຢາມ, ອວຍພອນປີໃໝ່ Chol Chnam Thmay)

ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຢືນຢັນວ່າ, ພັກ ແລະ ລັດ ຍາມໃດກໍ່ເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໄສເຊື່ອຖືສາສະໜາ, ການເຄື່ອນໄຫວດຳລົງຊີວິດດ້ານສາສະໜາທີ່ຖືກຕາມກົດໝາຍ, ສ້າງເງື່ອນໄຂໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທີ່ມີຄວາມເຊື່ອຖືສາສະໜາ, ຜູ້ມີຍົດສັກຕຳແໜ່ງ, ໃນນັ້ນມີສາສະໜາພຸດທີ່ປະຕິບັດການເຄື່ອນໄຫວຖືສິນກິນທານ, ການເຫຼື້ອມໄສເຊື່ອຖື. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະແດງຄວາມເຊື່ອໝັ້ນວ່າ, ວັດ Cadaransi ສືບຕໍ່ບໍ່ພຽງແຕ່ແມ່ນບ່ອນເຕົ້າໂຮມຂອງຊາວເຜົ່າຂະແມ ນະຄອນໂຮ່ຈິມິນ ແລະ ບັນດາແຂວງ, ນະຄອນອື່ນໆເທົ່ານັ້ນ, ຫາກຍັງແມ່ນເຂດອະນຸລັກຮັກສາບັນດາຄຸນຄ່າທາງດ້ານສາສະໜາ, ວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າຂະແມ ອີກດ້ວຍ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top