ທ່ານ ຫງວຽນວັນໄບ, ຢູ່ເຂດຖະໜົນ ໝີ້ຮວ່າ, ຕາແສງ ໝີ້ຟອງ ໄດ້ເຮັດອາຊີບປູກດອກໄມ້ຍາມບຸນເຕັດມາເປັນເວລາເກືອບ 20 ປີ, ປະຈຸບັນ, ທ່ານໄດ້ປູກແນວພັນດອກເບັນຈະມາດໜູ ກ່ວາ 400 ກະຕ່າ ແລະ ກຳລັງຂະຫຍາຍຕົວດີ. ນອກຈາກນັ້ນ, ຄອບຄົວທ່ານຍັງໄດ້ປູກດອກເບັນຈະມາດໂຮນລັງ (ດອກເດຊີ່) ກວ່າ 1.200 ໂຖ ແລະ ດອກດາວເຮືອງ 500 ໂຖອີກດ້ວຍ.
ໃນຂະນະນັ້ນ, ຜົວເມຍທ່ານ ເລວັນຄອຍ ຊາວກະສິກອນປູກດອກໄມ້ຢູ່ເຂດຖະໜົນ ຟອງທ້ວນ ເອ-ຕາແສງ ໝີ້ຟອງ ມື້ໃດກໍ່ມີໜ້າຢູ່ສວນດອກໄມ້ແຕ່ເວລາ 6 ໂມງເຊົ້າ ແລະ ຮອດຍາມຄ່ຳຈຶ່ງໄດ້ກັບເມືອບ້ານ. ວຽກງານບົວລະບັດສວນດອກເບັນຈະມາດໂຮນລັງນີ້ແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດຍ້ອນອາກາດປ່ຽນແປງຕະຫຼອດ. ທ່ານ ຄອຍ ໃຫ້ຮູ້ວ່າ:
ປີນີ້ ກ້າວເຂົ້າສູ່ລະດູການດອກໄມ້ກໍ່ເຫັນວ່າໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເຮົາໄດ້ບົວລະບັດຢ່າງລະອຽດລະອໍທີ່ສຸດຈຶ່ງຈະໄດ້ຄືແນວນັ້ນ. ອາກາດມີການປ່ຽນແປງ, ຍາມແດດ ຍາມຝົນ, ກໍ່ສົ່ງຜົນກະທົບຫຼາຍ, ໃບໄມ້ແຫ່ວ. ເຮົາຕ້ອງບົວລະບັດຢ່າງຕໍ່ເນື່ອງ, ຕ້ອງສີດນ້ຳບຳລຸງຕົ້ນໄມ້.
ການປູກດອກໄມ້ສະໜອງໃຫ້ແກ່ຕະຫຼາດຍາມບຸນປີໃໝ່ປະຈຳຊາດແມ່ນອາຊີບປູກດອກໄມ້ສະເພາະທີ່ເປັນມູນເຊື້ອຂອງນັບຮ້ອຍຄອບຄົວຢູ່ຕາແສງ ໝີ້ຟອງ, ແຂວງ ດົ່ງທາບ. ຍ້ອນມີຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງໃນການອອກແຮງງານ ແລະ ຮູ້ໝູນໃຊ້ບັນດາຄວາມຮູ້, ເຕັກນິກເຂົ້າໃນການຜະລິດໃຫ້ເປັນຢ່າງດີ, ສວນດອກໄມ້ຍາມໃບຸນເຕັດແຕ່ລະປີ ສ່ວນຫຼາຍກໍ່ລ້ວນແຕ່ບັນລຸຄວາມຮຽກຮ້ອງ ແລະ ບັນດາພໍ່ຄ້າຊາວຂາຍໄດ້ມາຊອກຊື້ຮັບໃຊ້ຕະຫຼາດຍາມບຸນເຕັດ. ທ່ານ ຟ້າມແທງລອງ, ເຂດຖະໜົນ ບິນຟອງ, ເມືອງ ໝີ້ຟອງ ໃຫ້ຮູ້ວ່າ: ປີນີ້ ຄອບຄົວທ່ານໄດ້ປູກດອກໄມ້ສົດ 10 ຊະນິດ. ໂດຍຖອດຖອນບົດຮຽນປະສົບການຈາກບັນດາລະດູກ່ອນ, ປີນີ້, ສວນດອກໄມ້ຂອງຄອບຄົວທ່ານໄດ້ປູກ ແລະ ບົວລະບັດເປັນຢ່າງດີທີ່ສຸດ. ທ່ານ ລອງ ແບ່ງປັນວ່າ:
ປີນີ້, ເຫັນວ່າດອກໄມ້ຂອງຄອບຄົວຂ້າພະເຈົ້າກໍ່ຂະຫຍາຍຕົວດີ. ເວົ້າລວມແລ້ວ, ຄ່າໃຊ້ຈ່າຍໃນການປູກດອກໄມ້ປີນີ້ກໍ່ເພີ່ມຂຶ້ນ ຍ້ອນລາຄາວັດສະດຸການປູກ, ຄ່າແຮງານ, ຝຸ່ນຢາ ແລະ ວັດຖຸດິບ… ລ້ວນແຕ່ເພີ່ມຂຶ້ນສູງ. ປີກາຍ, ປູກດອກໄມ້ກໍ່ມີກຳໄລຢູ່ແຕ່ມີໜ້ອຍ ຍ້ອນດອກໄມ້ບາງຊະນິດໃບໄມ້ແຫ່ວ ສະນັ້ນຂາຍໄດ້ລາຄາຕ່ຳ.
ໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະເມຍ, ຊາວກະສິດກອນໝູ່ບ້ານອາຊີບປູກດອກໄມ້ ໝີ້ຟອງ ຈະສະໜອງໃຫ້ແກ່ຕະຫຼາດກະຕ່າດອກໄມ້ຫຼາຍຊະນິດເກືອບ 1 ລ້ານກະຕ່າຄື: ດອກເບັນຈະມາດໜູ, ດອກເບັນຈະມາດ ສ.ເກົາຫຼີ, ດອກເບັນຈາະມາດ ໂຮນລັງ, ດອກເບັນຈະມາດເຫຼືອງ, ດອກ Lisianthus, ດອກດາວເຮືອງ, ດອກຫອນໄກ່, ດອກຕາເວັນ, ດອກຂົນຕາ… ນອກຈາກການສະໜອງໃຫ້ແກ່ຕະຫຼາດນອກແຂວງແລ້ວ, ຊາວກະສິກອນປູກດອກໄມ້ຍາມບຸນເຕັດ ຍັງສົ່ງໄປຂາຍຢູ່ຕະຫຼາດດອກໄມ້ລະດູບານໃໝ່ ຢູ່ສະໜາມຫຼວງ ຮຸ່ງເວືອງ ແລະ ແຫ່ງອື່ນໆອີກດ້ວຍ. ປ້າ ຫງວຽນທິເໜີ ຜູ້ໄດ້ຕິດພັນກັບອາຊີບປູກດອກໄມ້ໃນເວລາກ່ວາ 30 ປີຢູ່ໝູ່ບ້ານດອກໄມ້ ໝີ້ຟອງ ໄດ້ກ່າວວ່າ:
ປີກາຍ, ໄດ້ຂາຍດອກໄມ້ດ້ວຍລາຄາດີທີ່ສຸດ. ປີນີ້ອາດຈະບໍ່ໄດ້ຫຼາຍຄືປີກາຍ. ຂ້າພະເຈົ້າກຳລັງຕັດຕອນງ່າໄມ້ເພື່ອປົວແປງຄຸນນະພາບຂອງດອກໄມ້. ດອກເບັນຈະມາດໂຮນລັງ ປູກໄດ້ 4 ເດືອນແລ້ວ ແລະ ກຳລັງຂະຫຍາຍຕົວດີ. ພວກຂ້າພະເຈົ້າກຳລັງຊອກຫາສະຖານທີ່ເພື່ອເປີດຮ້ານຂາຍດອກໄມ້ຮັບໃຊ້ ປຊຊ.








