ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.
ປີ 2025 ແມ່ນປີປະສົບຜົນສຳເລັດທີ່ສຸດຂອງວຽກງານການທູດນັບແຕ່ຕົ້ນທົດສະວັດ 2020, ເມື່ອເປີດກວ້າງທັງສາຍພົວພັນສາກົນ, ທັງລົງນາມໃນຂໍ້ຕົກລົງຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນປັບປຸງທີ່ຕັ້ງຂອງປະເທດຊາດ.
ບັນດາຈຸດພົ້ນເດັ່ນ.
ປີ 2025, ປະລິມານການເຄື່ອນໄຫວຂັ້ນສູງ, ການຢ້ຽມຢາມ, ສົນທະນາ ແລະ ພົບປະລະຫວ່າງການນຳ ຫວຽດນາມ ກັບບັນດາຄູ່ຮ່ວມມືສາກົນໄດ້ເພີ່ມຂຶ້ນຢ່າງແຮງ, ລື່ນກາຍບັນດາຕົວເລກຂອງປີກ່ອນ, ສ້າງການເຊື່ອມຕໍ່ຍຸດທະສາດຍືນຍົງກວ່າ.
ຫວຽດນາມ ໄດ້ຍົກລະດັບການພົວພັນກັບຫຼາຍຄູ່ຮ່ວມມືໃຫຍ່, ນຳຈຳນວນກອບການຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດທັງໝົດເພີ່ມຂຶ້ນເປັນ 42 ປະເທດ. ພິເສດ, ຂອບເຂດເຂົ້າເຖິງການຕ່າງປະເທດຂອງ ຫວຽດນາມ ປີ 2025 ໄດ້ປົກຄຸມ, ແຜ່ລາມອອກສູ່ວົງກວ້າງຢູ່ບັນດາພາກພື້ນທັງໝົດໃນໂລກ. ຈຸດພົ້ນເດັ່ນທີ່ສຸດແມ່ນ ເປັນຄັ້ງທຳອິດ, ຫວຽດນາມ ເປັນປະທານ ແລະ ຈັດຕັ້ງພິທີລົງນາມໃນສົນທິສັນຍາຂອງ ສປຊ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (Hanoi Convention), ເຊິ່ງເປັນເຫດການທີ່ມີລັກສະນະທົ່ວໂລກ, ຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນທີ່ມີຕໍ່ບົດບາດປະສານງານຂອງ ຫວຽດນາມ ໃນບັນດາບັນຫາຄວາມໝັ້ນຄົງທາງໄຊເບີ. ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:
“ເລື່ອງເປັນປະທານພິທີລົງນາມ ແລະ ປະຕິບັດສົນທິສັນຍາແມ່ນໂອກາດເພື່ອໃຫ້ພວກເຮົາເປີດທິດທາງຮ່ວມມືໃໝ່, ບໍ່ພຽງແຕ່ໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເທົ່ານັ້ນ ຫາກຍັງໃນການຮ່ວມມືຫຼາຍຝ່າຍໃນຫຼາຍຂົງເຂດອື່ນອີກດ້ວຍ. ທີ່ຕັ້ງ ແລະ ບົດບາດສາກົນຂອງ ຫວຽດນາມ ບໍ່ພຽງແຕ່ໄດ້ຮັບການຕີລາຄາຜ່ານເຫດການນີ້ເທົ່ານັ້ນ, ມັນຍັງເປັນວິວັດທະນາການໜຶ່ງ. ພວກເຮົາຕ້ອງປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການດ້ວຍທິດນຳການຕ່າງປະເທດທີ່ວ່າ ເປັນສະມາຊິກຕັ້ງໜ້າ, ເປັນເຈົ້າການຂອງປະຊາຄົມສາກົນ, ປະກອບສ່ວນເຂົ້າໃນບັນດາບັນຫາທົ່ວໂລກ.”
ວິວັດທະນາການເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບນັ້ນ ກໍໄດ້ນຳ ຫວຽດນາມ ສືບຕໍ່ໄດ້ຮັບການເລືອກຕັ້ງເຂົ້າຄະນະກຳມະການສິດທິມະນຸດ ສປຊ ອາຍຸການ 2026 – 2028 ດ້ວຍຈຳນວນບັດສະໜັບສະໜູນຫຼາຍສຸດໃນພາກພື້ນ ອາຊີ - ປາຊີຟິກ. ນີ້ກໍແມ່ນຄັ້ງທີ 3 ທີ່ ຫວຽດນາມ ແບກຫາບບົດບາດດັ່ງກ່າວ, ຢັ້ງຢືນບົດບາດນຳພາຂອງ ຫວຽດນາມ ໃນວິວັດທະນາການຊຸກຍູ້ສິດທິມະນຸດ.
ໃນສະພາບການແກ້ງແຍ້ງທົ່ວໂລກ ແລະ ທ່າອ່ຽງອາລັກຂາການລົງທຶນເພີ່ມຂຶ້ນ, ການທູດເສດຖະກິດປະກອບສ່ວນໂດຍກົງເຂົ້າໃນການເຕີບໂຕ GDP ຂອງປະເທດ. ມີຂໍ້ຕົກລົງຮ່ວມມືສຳຄັນນັບຮ້ອຍສະບັບໃນຫຼາຍຂົງເຂດໄດ້ຮັບການລົງນາມ. ມູນຄ່ານຳເຂົ້າສົ່ງອອກບັນລຸກວ່າ 920 ຕື້ USD, ນຳ ຫວຽດນາມ ກາຍເປັນໜຶ່ງໃນຈຳນວນ 15 ປະເທດມະຫາອຳນາດດ້ານການຄ້າໃນໂລກ. ການດຶງດູດເງົນລົງທຶນ FDI ເພີ່ມຂຶ້ນເກືອບ 22% ກ່ຽວກັບຈໍານວນໂຄງການເມື່ອທຽບໃສ່ປີກ່ອນ, ສຸມໃສ່ບັນດາຂົງເຂດວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ປັນຍາປະດິດ, ພະລັງງານ… ເຊິ່ງລ້ວນແລ້ວແຕ່ແມ່ນບັນດາຂົງເຂດທີ່ ຫວຽດນາມ ກຳນົດວ່າ ບຸກທະລຸຍາດທະສາດໃນສັງກາດພັດທະນາໃໝ່.
ໃນຂົງເຂດການທູດວັດທະນະທຳ, ງານບຸນວັດທະນະທຳໂລກ ຄັ້ງທຳອິດ ຖືກຈັດຂຶ້ນຢູ່ ຮ່າໂນ້ຍ ແມ່ນເຫດການຈຸດສຸມ, ຊ່ວຍ ຫວຽດນາມ ຢັ້ງຢືນທີ່ຕັ້ງ ແລະ ເສີມຂະຫຍາຍໄດ້ກຳລັງແຮງອ່ອນຂອງຕົນ.
ເປີດທີ່ຕັ້ງຍຸດທະສາດໃໝ່
ບັນດາໝາກຜົນບັນລຸໄດ້ໃນວຽກງານການຕ່າງປະເທດປີ 2025 ໄດ້ສ້າງພື້ນຖານຍຸດທະສາດຢ່າງໝັ້ນແກ່ນເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ປີ 2026 ດ້ວຍຈິດໃຈໃໝ່ ແລະ ທີ່ຕັ້ງທີ່ສູງກວ່າບົນເວທີສາກົນ. ທ່ານ ຟ້າມກວາງວິງ ອະດີດຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຖືວ່າ:
“ການຕ່າງປະເທດແມ່ນຈຸດສຸມ. ພວກເຮົາກ້າວເຂົ້າສູ່ສັງກາດໃໝ່ດ້ວຍຈິດໃຈ ແລະ ທີ່ຕັ້ງໃໝ່, ພວກເຮົາມີກຳລັງຄວາມສາມາດຢ່າງພຽງພໍເພື່ອເປັນເຈົ້າການສ້າງສາ. ກ່ອນອື່ນໝົດ, ສ້າງທີ່ຕັ້ງໃຫ້ແກ່ປະເທດຊາດ. ທີ່ສອງແມ່ນສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ປະເທດຊາດ. ທີສາມແມ່ນເປັນເຈົ້າການຊອກກາລະໂອກາດໃໝ່ເພື່ອເຂົ້າຮ່ວມບັນດາລະບົບສະໜອງທີ່ມີຄຸນນະພາບສູງກວ່າ. ແລະທີສີ່ ແມ່ນພວກເຮົາເປັນເຈົ້າການເຂົ້າຮ່ວມການສ້າງກົດກະຕິກາຂອງສາກົນ, ສອດຄ່ອງກັບກົດໝາຍ ຫວຽດນາມ ແລະ ຜົນປະໂຫຍດລວມ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການໃໝ່ໃຫ້ແກ່ວຽກງານພົວພັນຕ່າງປະເທດ (ພາບ: VGP)
ການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບບັນດາຄູ່ຮ່ວມມືໃໝ່, ການເປີດກວ້າງເຂດຮ່ວມມືທາງດ້ານເສດຖະກິດ - ການຄ້າ, ພ້ອມດ້ວຍບົດບາດນັບມື້ນັບພົ້ນເດັ່ນໃນບັນດາກົນໄກຫຼາຍຝ່າຍໄດ້ຊ່ວຍໃຫ້ ຫວຽດນາມ ມີກຳລັງບົ່ມຊ້ອນພັດທະນາຕື່ມອີກ. ແຕ່ວ່າ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຍັງໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການໃໝ່ໃຫ້ແກ່ວຽກງານພົວພັນຕ່າງປະເທດວ່າ:
“ຕ້ອງປະຕິບັດບົດບາດເຊື່ອມຕໍ່ໃຫ້ເປັນຢ່າງດີກວ່າ: ເພີ່ມທະວີການພົວພັນຕ່າງປະເທດສອງຝ່າຍເພື່ອເຊື່ອມຕໍ່ພາຍໃນ ແລະ ສາກົນ; ເຊື່ອມຕໍ່ເສດຖະກິດ; ເຊື່ອມຕໍ່ວັດທະນະທຳ; ເຊື່ອມຕໍ່ດີຈີຕອນ, ເຕັກໂນໂລຢີ; ເຊື່ອມຕໍ່ມະນຸດ. ປະຕິບັດພາລະກຳສາກົນໃຫ້ເປັນຢ່າງດີກວ່າ, ເສີມຂະຫຍາຍບົດບາດ, ທີ່ຕັ້ງຂອງປະເທດໃນການເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການກຳນົດຈຸດຢືນ ແລະ ປະຕິຮູບການບໍລິຫານທົ່ວໂລກໃຫ້ດີກວ່າເກົ່າ, ໂດຍສະເພາະແມ່ນໃນບັນດາເວທີປາໄສ, ກົນໄກຫຼາຍຝ່າຍໃນພາກພື້ນ ແລະ ສາກົນ.”
ປີ 2026 ຈະແມ່ນໄລຍະຫັນບັນດາຜົນງານການຕ່າງປະເທດປີ 2025 ໃຫ້ກາຍເປັນກຳລັງໜູນອັນແທດຈິງ, ປະກອບສ່ວນຊຸກຍູ້ປະຕິບັດບັນດາເປົ້າໝາຍພັດທະນາແຫ່ງຊາດໃຫ້ສຳເລັດ, ພ້ອມທັງເປີດໄລຍະພັດທະນາໃໝ່, ດ້ວຍກຳລັງພາຍໃນທີ່ໝັ້ນແກ່ນ ແລະ ຄວາມໝັ້ນໃຈເຊື່ອມໂຍງໃນໂລກຫຼາຍສົ້ນ./.