ມະຕິຂອງລັດຖະບານສະເໜີຜູ້ໄດ້ຮັບຂອງຂວັນຈາກພັກ-ລັດແມ່ນ: ຜູ້ທີ່ມີຄຸນງາມຄວາມດີ ຕໍ່ການປະຕິວັດຕາມລະບຽບການຢູ່ໃນດຳລັດ ເລກທີ 20/2021/NĐ-CP ວັນທີ 15 ມີນາ 2021 ຂອງລັດຖະບານ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ເຊັນໂທລະເລກທາງການວັນທີ 28 ທັນວາ 2025 ກ່ຽວກັບ ການມອບຂອງຂວັນຂອງພັກ-ລັດ ເນື່ອງໃນໂອກາດ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກ ແລະ ປີໃໝ່ 2026 ໃຫ້ແກ່ຄົນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ຜູ້ໄດ້ຮັບການຊ່ວຍເຫຼືອສັງຄົມ, ຜູ້ທີ່ໄດ້ຮັບເງິນບຳນານ ແລະ ຜູ້ດ້ອຍໂອກາດອື່ນໆ..
ມະຕິຂອງລັດຖະບານສະເໜີຜູ້ໄດ້ຮັບຂອງຂວັນຈາກພັກ-ລັດແມ່ນ: ຜູ້ທີ່ມີຄຸນງາມຄວາມດີ ຕໍ່ການປະຕິວັດຕາມລະບຽບການຢູ່ໃນດຳລັດ ເລກທີ 20/2021/NĐ-CP ວັນທີ 15 ມີນາ 2021 ຂອງລັດຖະບານ. ຜູ້ທີ່ໄດ້ຮັບເງິນບໍານານຕາມກໍານົດໃນດຳລັດ ເລກທີ 176/2025/NĐ-CP ວັນທີ 30 ມິຖຸນາ 2025 ຂອງລັດຖະບານ; ລວມທັງບັນດາເດັກກຳພ້າ, ບໍ່ມີບ່ອນເພິ່ງອາໃສ ຫຼືິ ຢູ່ໃນສູນເດັກກຳພ້າດ້ວຍ.
(ແຫຼ່ງຄັດຈາກ VOV)