• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢ້ຽມຊົມໂບດສີບົວທີ່ງົດງາມຢູ່ນະຄອນດ່າລາດ

      ໂດຍຖືກທ່າສີບົວທີ່ປະທັບໃຈ, ໂບດ  Domaine de Marie ແມ່ນສະຖານທີ່ທ່ອງທ່ຽວທີ່ບໍ່ອາດພາດ ໂອກາດແວ່ຢ້ຽມຊົມຂອງແຂກທ່ອງທ່ຽວເມື່ອມາຢ້ຽມຢາມນະຄອນດ່າລາດ.
 
ໂບດຖືກກໍ່ສ້າງໃນໃນເນື້ອທີ່ດິນ 12 ແຮກຕາ ຫ່າງຈາກໃຈກາງນະຄອນດ່າລາດ ປະມານ 1 ກີໂລແມັດ, ໄປທາງທິດຕາເວັນຕົກສ່ຽງໃຕ້, ໂບດແຫ່ງນີ້ຖືກເລີ່ມລົງມືກໍ່ສ້າງແຕ່ປີ 1940 ແລະ ມາຮອດ 1944 ກິດຈະກຳໄດ້ກໍ່ສ້າງສຳເລັດ
 
      
ກິດຈະກຳສະຖາບັດຕະຍາກຳນີ້ຖືກກໍ່ສ້າງ ຕາມແບບເອີລົບເຊິ່ງປະສານສົມທົບກັບສະຖາບັດຕະຍາກຳຂອງເຂດໄຕງວຽນ.

ຢູ່ເຄິ່ງກາງດ້ານໜ້າບ່ອນໃກ້ກັບຍອດຫຼັງຄາ ກໍ່ມີບ່ອນຢ້ຽມຮູບດອກບົວວົງມົນ ເຊິ່ງແມ່ນລາຍລະອຽດເຄີຍປະກົດຢູ່ໂບດຕ່າງໆຂອງຝລັ່ງໃນທ້າຍສະຕະວັດ 17

ໂບດ Domaine de Marie ຍັງມີຊື່ເອີ້ນວ່າ ໂບດມາຍແອັງ ຍ້ອນກິດຈະກຳຖືກບຸກສ້າງບົນໂນນໜ່ວຍ ໜຶ່ງທີ່ເຕັມໄປດ້ວຍດອກເໝີຍ - ສະກຸຣະ.

ຫຼັງຄາຂອງໂບດຖືກເຮັດຕາມແບບຫຼັງຄາຂອງ ສາລາ ບ້ານເຂດໄຕງວຽນຖືກມຸ້ງດ້ວຍ ດິນຂໍສີແດງ. ໂບດ  Domaine de Marie ບໍ່ມີທາດລະຄັງຄືດັ່ງໂບດຕ່າງໆ.

ສິ່ງທີ່ເປັນເອກະລັກອື່ນໆອີກຂອງໂບດແມ່ນ ມີຮູບປັ້ນພະແມ່ຢືນເທິງໜ່ວຍໂລກຖືກປັ້ນຕາມຕົວແບບແມ່ຍິງຫວຽດນາມ ໂດຍສະຖາປະນິກຊາວ ຝລັ່ງອອກແບບ. ຮູບປັ້ນມີລວງສູງ 3 ແມັດ, ມີນ້ຳໜັກ 1 ໂຕນ, ຖືກບັ້ນສຳເລັດໃນປີ 1943.

ໃນບໍລິເວນທີ່ກ້ວາງໃຫຍ່ຖືກອ້ອມຮອບໄປດ້ວຍບັນດາແຖວຕົ້ນແປກ, ໂບດ Domaine de Marie ຖືກອອກແບບຕາມກຸ່ມສະຖາບັດຕະຍາກຳ ທີ່ມີອາຄານເຊື່ອມຕໍ່ກັນ

ນີ້ບໍ່ພຽງແຕ່ແມ່ນບ່ອນດຳເນີນຊີວິດທາງສາສະໜາເທົ່ານັ້ນ ຫາກຍັງແມ່ນ ສະຖານທີທ່ອງທ່ຽວທີ່ລືຊື່ ອີກດ້ວຍ. ຈາກນີ້ແຂກທ່ອງທ່ຽວ ຈະສາມາດມຸ່ງສາຍຕາໄປທາງໄກເພື່ອຢ້ຽມຊົມນະຄອນໃນທ່າມກາງນ້ຳໝອກກົ້ວ

ນັບແຕ່ມື້ກໍ່ສ້າງສຳເລັດມາຮອດປັດຈຸບັນ ໂບດແຫ່ງນີ້ພຽງແຕ່ທາສີບົວເຂັ້ມ ໃຕ້ແສງແດດຈາກດວງຕາເວັນ ກິດຈະກຳນີ້ ຍິ່ງສ່ວຍງາມດ້ວຍສີບົວໃນທ່າມກາງຕົ້ນໄມ້ໃບຫຍ້າຂຽວອຸ່ມທຸມ.

ສີບົນທີ່ເປັນເອກະລັກ ໄດ້ເຮັດໃຫ້ໂບດ Domaine de Marie  ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ນະຄອນດ່າລາດອັນໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຢ່າງຫຼວງຫຼາຍ

ການປະດັບປະດາໃນໂອກາດວັນບຸນເຄຼິດສະມາດຖືກສ້າງຂຶ້ນຢູ່ຂ້າງໂບດ. ໃນບໍລິເວນກໍ່ມີຕົ້ນໄມ້ຂຽວອຸມທຸມສ້າງທັດສະນີຍະພາບທີ່ສວຍງາມ ແລະ ອາກາດປອດໂປ່ງໃຫ້ແກ່ປະຊາຊົນແລະແຂກທ່ອງທ່ຽວ.

ໂບດແຫ່ງນີ້ຍັງມີຊື່ສຽງດ້ວຍບັນດາການເຄື່ອນໄຫວເບິ່ງແຍງ ດູແລເດັກກຳພາ, ປັດຈຸບັນ ບັນດາວຽກງານສັງຄົມຄືເບິ່ງແຍງດູແລເດັກພິການ, ຊ່ວຍເຫຼືອເດັກກຳພາ, ປິ່ນປົວພະຍາດໃຫ້ແກ່ຜູ້ທຸກຍາກ, ຍັງ ຖືກດຳເນີນຢ່າງເປັນປະຈຳຢູ່ໂບດແຫ່ງນີ້.
 
 (ແຫຼ່ງຄັດຈາກ VOV)

 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top