• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢູແກຼນ ຊຸກຍູ້ການສືບສວນສາຍເຫດເຮືອບິນການທະຫານຕົກ

      ວັນທີ 26 ກັນຍາ ປະທານາທິບໍດີ ຢູແກຼນ Volodymir Zelenskiy ໄດ້ລົງກວດກາບ່ອນເກີດເຫດເຮືອບິນການທະຫານຕົກໃນຕອນເຊົ້າວັນດຽວກັນ ຢູ່ ບໍລິເວນ Kharkov. 

ກຳລັງມີຫນ້າທີ່ຮັບຜິດຊອບ ພວມສືບສວນສາຍເຫດເຮັດໃຫ້ເຮືອບິນຕົກ 
ພາບ:AFP/TTXVN
      ທ່ານ Zelenskiy ຮຽກຮ້ອງດຳເນີນການສືບສວນສາຍເຫດອຸປັດຕິເຫດຊື່ງເຮັດໃຫ້ 26 ຄົນເສຍຊີວິດ ໂດຍໄວ. ການນຳຢູແກຼນ ໃຫ້ຮູ້ວ່າ: ປະເທດນີ້ ໄດ້ສ້າງຕັ້ງຄະນະກຳມະການສືບສວນ, ໃນນັ້ນ ມີບັນດານັກບິນ, ເຈົ້າຫນ້າທີ່ກະຊວງປ້ອງກັນປະເທດ, ກະຊວງພາຍໃນ, ອົງການສືບສວນແຫ່ງລັດ ຢູແກຼນ. ຕາມແຫລ່ງຂ່າວລ້າສຸດຈາກກະຊວງສະພາວະສຸກເສີນ ຢູແກຼນ ແລ້ວ, ເຮືອບິນການທະຫານ An-26 ຖືກປະສົບໄພເມື່ອຂົນສົ່ງ 27 ຄົນ, ໃນນັ້ນ ຈຸບິນ 7 ຄົນ ແລະ ນັກສຳມະນາກອນ 20 ຄົນ ຂອງວິທະຍາຄານກອງທັບອາກາດ Kharkov. ອຸປັດຕິເຫດດັ່ງກ່າວໄດ້ເຮັດໃຫ້ 26 ຄົນເສຍຊີວິດ ມີພຽງແຕ່ສຳມະນາກອນຜູ້ຫນຶ່ງລອດຕາຍ.
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top