• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢືນຢັນນ້ຳໃຈສາມັກຄີ ຫວຽດນາມ - ກຸຍບາ

ການຢ້ຽມຢາມຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງຢ່າງແທດຈິງ ແລະ ມີປະສິດທິຜົນ.
  (ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານ Esteban Lazo Hernández, ປະທານສະພາແຫ່ງລັດ, ປະທານສະພາແຫ່ງຊາດ ກຸຍບາ)  

ຕອນບ່າຍວັນທີ 02 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານ Esteban Lazo Hernández, ປະທານສະພາແຫ່ງລັດ, ປະທານສະພາແຫ່ງຊາດ ກຸຍບາ, ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຊົມເຊີຍການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ກຸຍບາ; ທ່ານເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງຢ່າງແທດຈິງ ແລະ ມີປະສິດທິຜົນ. ເມື່ອແບ່ງປັນກັບບັນດາຄວາມຫຍຸ້ງຍາກເຊິ່ງພັກ, ລັດ ແລະ ປະຊາຊົນ ກຸຍບາ ພວມມານະພະຍາຍາມຜ່ານຜ່າຍ້ອນຖືກປິດລ້ອມ, ຂວ້ຳບາດ ແລະ ບັນດາໄພພິບັດທຳມະຊາດ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ, ຫວຽດນາມ ສາມັກຄີກັບ ກຸຍບາ ແລະ ນຳ ກຸຍບາ ອອກຈາກບັນຊີລາຍຊື່ບັນດາປະເທດອຸປະຖຳກໍການຮ້າຍ. ກ່ຽວກັບການຮ່ວມມື 2 ຝ່າຍ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ 2 ປະເທດສືບຕໍ່ຮັກສາບັນດາການແລກປ່ຽນ, ການຢ້ຽມຢາມທຸກຂັ້ນ, ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ, ລັດຖະບານ 2 ປະເທດ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງບັນດາຂະແໜງການ, ທ້ອງຖິ່ນຂອງ 2 ປະເທດ.

ສ່ວນທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hernández, ໃຫ້ຮູ້ວ່າ, ການນຳພັກ, ລັດ ກຸຍບາ ໄດ້ຊີ້ນຳການຜັນຂະຫຍານບັນດາຂໍ້ຕົກລົງທີ່ 2 ຝ່າຍບັນລຸໄດ້ໃນການຢ້ຽມຢາມ ກຸຍບາ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄປ ໃນເດືອນ ກັນຍາ ຜ່ານມາເປັນປະຈຳ. ທ່ານປາດຖະໜາວ່າ, 2 ປະເທດສືບຕໍ່ເພີ່ມທະວີ ແລະ ຊຸກຍູ້ການຮ່ວມມືຫຼາຍຂົງເຂດ, ໃນນັ້ນ ມີການພົວພັນດ້ານການເມືອງ ແລະ ການທູດເປັນແກ່ນສານ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ ສະ​ເໜີ​ໃຫ້​ສອງ​ຝ່າຍ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ ໂດຍ​ສະ​ເພາະ​ແມ່ນ​ຮ່ວມ​ມື​ດ້ານ​ລົດ​ໄຟ.

Top