• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມໍ​ລະ​ດົກ​ປະ​ຫວັດ​ສາດ ແລະ ຄຸນ​ຄ່າ​ອັນ​ສັກ​ສິດ​ຂອງ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

ໃນສະພາບການໂລກ ແລະ ພາກພື້ນ ມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສາຍພົວພັນແບບພິເສດນີ້ ສືບຕໍ່ສວນບົດບາດສຳຄັນ, ແມ່ນບ່ອນອີງຍຸດທະສາດໃຫ້ແກ່ສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ, ມຸ່ງໄປເຖິງອະນາຄົດການຮ່ວມມືແບບຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືໃນພາກພື້ນ.
ບົດຂຽນຍ້ອງຍໍສັນລະເສີນສາຍພົວພັນ ລາວ - ຫວຽດນາມ ຂອງຂ່າວສານປະເທດລາວ (ພາບ: TTXVN)

ກ່ອນການຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 105 ປີ, ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສຸງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ ຢູ່ລາວ ແຕ່ວັນທີ 1 ທັນວາ ຫາວັນທີ 2 ທັນວາ 2025, ຕາມຄຳເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ, ໃນວັນທີ 27 - 28 ພະຈິກ, ສື່ມວນຊົນ ລາວ ມີບົດຂຽນຫຼາຍບົດຍ້ອງຍໍສັນລະເສີນສາຍພົວພັນ ຫວຽດນາມ - ລາວ ແມ່ນສາຍພົວພັນແບບພິເສດ ມີໜຶ່ງບໍ່ມີສອງໃນໂລກ.

        ກຸ່ມ 3 ບົດຂຽນທີ່ໄດ້ເອົາລົງໃນຊື່ເອເລັກໂຕນິກຂອງໜັງສືພິມ ປະຊາຊົນ (ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ) ຢັ້ງຢືນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ແມ່ນມໍລະດົກປະຫວັດສາດອັນລ້ຳຄ່າ ແລະ ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆ. ໃນສະພາບການໂລກ ແລະ ພາກພື້ນ ມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສາຍພົວພັນແບບພິເສດນີ້ ສືບຕໍ່ສວນບົດບາດສຳຄັນ, ແມ່ນບ່ອນອີງຍຸດທະສາດໃຫ້ແກ່ສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ, ມຸ່ງໄປເຖິງອະນາຄົດການຮ່ວມມືແບບຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືໃນພາກພື້ນ.

        ໃນຂະນະນັ້ນ, ກຸ່ມ 3 ບົດຂຽນທີ່ໄດ້ເອົາລົງໃນສື່ເອເລັກໂຕນິກຂອງໜັງສືພິມ ປະເທດລາວ ຂອງສຳນັກຂ່າວສານປະເທດລາວ, ໄດ້ຢັ້ງຢືນວ່າ “ມໍລະດົກປະຫວັດສາດ ແລະ ຄຸນຄ່າອັນປະເສີດຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ”, ກໍຄືເນັ້ນໜັກວ່າ ສາຍພົວພັນ ລາວ - ຫວຽດນາມ ແມ່ນສາຍພົວພັນແບບພິເສດ, ເປັນແບບຢ່າງ ແລະ ຈິງໃຈ, ຫາຍາກໃນປະຫວັດສາດໂລກ. ໂດຍຜ່ານໄລຍະການເວລາ ແລະ ສິ່ງທົດສອບນາໆປະການ, ແຕ່ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໄດ້ກາຍເປັນມໍລະດົກອັນລ້ຳຄ່າ, ແມ່ນກົດເກນຫຼັກແຫຼ່ງ, ແມ່ນພື້ນຖານທີ່ມີສະຖຽນລະພາບຂອງສອງຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top