• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມຽນມາ ຈັດວາງກົດໄອຍະການເສິກ ໃນບາງແຫ່ງຢູ່ Yangon

      ວັນທີ 14 ມີນາ, ສະພາບໍລິຫານແຫ່ງລັດ ມຽນມາ ໄດ້ຈັດວາງກົດໄອຍະການເສິກ ຢູ່ເມືອງ Hlaingthaya ແລະ Shwe Pyi Thar ຢູ່ນະຄອນ Yangon.
ແຫ່ຂະບວນປະທ້ວງເຕົ້າໂຮມກັນຢູ່ ນະຄອນ Yangon (ພາບ:  AFP/TTXVN)
      ສື່ມວນຊົນແຫ່ງລັດ ມຽນມາ ໄດ້ໃຫ້ຂ່າວວ່າ  ຕາມແຫຼ່ງຂ່າວດັ່ງກ່າວແລ້ວ, ສະພາບໍລິຫານແຫ່ງລັດ ມຽນມາ ໄດ້ມອບສິດໃຫ້ຜູ້ບັນຊາການເຂດ Yangon ໄດ້ຈັດວາງກົດໄອຍະການເສິກ. ຕາມສື່ມວນຊົນຂອງປະເທດປະຈຳຖິ່ນແລ້ວ, ຂໍ້ຕົກລົງດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງທີ່ໂຮງງານບາງແຫ່ງທີ່ຕັ້ງຢູ່ບັນດາສະຖານທີ່ດັ່ງກ່າວຖືກຈູດເຜົາທຳລາຍ.
        ນັບແຕ່ວັນທີ 1 ກຸມພາ, ກອງທັບ ມຽນມາ ໄດ້ປະກາດສະພາວະສຸກເສີນທີ່ແກ່ຍາວເປັນເວລາ 1 ປີ. ສິດອຳນາດແຫ່ງລັດ ໄດ້ຖືກມອບໂອນໃຫ້ແກ່ທ່ານຈອມພົນ Min Aung Hlaing ຜູ້ບັນຊາການທະຫານສູງສຸດ, ປະທານສະພາບໍລິຫານແຫ່ງລັດ ທີ່ຫາກໍໄດ້ຮັບການສ້າງຕັ້ງຂຶ້ນ. 
(ແຫຼ່ງຄັດຈາກ VOV)

ກອງປະຊຸມໃຫຍ່ຄັ້ງທີ XIV ສິ້ນສຸດວາລະປະກອບຄຳເຫັນ: ບັນດາຄຳເຫັນໄດ້ເປັນເອກະພາບຢ່າງສູງຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່

ກອງປະຊຸມໃຫຍ່ຄັ້ງທີ XIV ສິ້ນສຸດວາລະປະກອບຄຳເຫັນ: ບັນດາຄຳເຫັນໄດ້ເປັນເອກະພາບຢ່າງສູງຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່

ຄະນະປະທານກອງປະຊຸມໃຫຍ່ໄດ້ຕີລາຄາສູງບັນດາເນື້ອໃນປະກອບຄຳເຫັນ ແລະ ບັນດາຄຳກ່າວປາໄສຢ່າງສຸດຈິດສຸດໃຈ, ມີສະຕິປັນຍາຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.

Top