• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ນັບ​ພັນ​ຄົນ​ຢູ່ ອິດ​ສະ​ຣາ​ແອັນ ລົງ​ຖະ​ໜົນ​ຄັດ​ຄ້ານ​ສົງ​ຄາມ​ແກ່​ຍາວ

ວັນທີ 28 ມີນາ, ມີຊາວ ອິດສະຣາແອັນ ນັບພັນຄົນໄດ້ລົງຖະໜົນແຫ່ຂະບວນປະທ້ວງຢູ່ຫຼາຍນະຄອນໃຫຍ່ ຄື Tel Aviv, Haifa ແລະ Jerusalem ແນໃສ່ຮຽກຮ້ອງຢຸດຕິການປະທະກັນ ແລະ ຊຸກຍູ້ບັນດາມາດຕະການສັນຕິພາບ.
  ມີ​ນັບ​ພັນ​ຄົນ​ຢູ່ ອິດ​ສະ​ຣາ​ແອັນ ລົງ​ຖະ​ໜົນ​ຄັດ​ຄ້ານ​ສົງ​ຄາມ​ແກ່​ຍາວ. (ພາບ: AFP/TTXVN)  
ບັນດາການແຫ່ຂະບວນປະທ້ວງມີຫົວຂໍ້ “ເພື່ອຊີວິດຂອງພວກເຮົາທຸກຄົນ”, ໂດຍສະຫະພັນຫຼາຍອົງການຈັດຕັ້ງສັງຄົມ ພ້ອມດ້ວຍອະດີດສະມາຊິກລັດຖະສະພາຈຳນວນໜຶ່ງປຸກລະດົມ. ນີ້ໄດ້ຮັບຖືວ່າແມ່ນກະແສແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ທີ່ຫາຍາກ ນັບແຕ່ເມື່ອສົງຄາມລະເບີດ, ດ້ວຍປະມານ 30 ຈຸດເຕົ້າໂຮມໃນທົ່ວປະເທດ, ນັບແຕ່ເຂດ Galilee ທາງທິດເໜືອ ຕະຫຼອດຮອດ Beersheba ຢູ່ທາງທິດໃຕ້.

ບັນດາເຫດບຸກໂຈມຕີແຫ່ຂະບວນປະທ້ວງຖືກດຳເນີນໃນສະພາບການປະທະກັນລະຫວ່າງ ອາເມລິກາ, ອິດສະຣາແອັນ ແລະ ອີຣານ, ກໍຄືລະຫວ່າງ ອິດສະຣາແອັນ ແລະ ກຳລັງ ເຮັກໂບລາ ຢູ່ລີບັງ ພວມປີນຂັ້ນໄດ. ການເຂົ້າຮ່ວມຂອງບັນດາອະດີດສະມາຊິກລັດຖະສະພາ ແລະ ຫຼາຍອົງການຈັດຕັ້ງສັງຄົມໄດ້ຊີ້ໃຫ້ເຫັນວ່າ ຫາງສຽງຫຼາຍຄົນຢູ່ປະເທດນີ້ພວມນັບມື້ນັບໃຫ້ຄວາມສົນໃຈ ແລະ ສະແດງທັດສະນະຕໍ່ການຜັນແປທີ່ສັບສົນຂອງສົງຄາມໃນປັດຈຸບັນ./.

 

່(ແຫຼ່ງຄັດຈາກ VOV)

ງານ​ມະ​ຫາ​ກຳ​​ກິ​ລາ ນະ​ຄອນ​ໂຮ່​ຈີ​ມິນ ມີ​ຂອບ​ຂະ​ໜາດ​ບໍ່​ເຄີຍ​ມີ​ມາ​ກ່ອນ

ງານ​ມະ​ຫາ​ກຳ​​ກິ​ລາ ນະ​ຄອນ​ໂຮ່​ຈີ​ມິນ ມີ​ຂອບ​ຂະ​ໜາດ​ບໍ່​ເຄີຍ​ມີ​ມາ​ກ່ອນ

ງານ​ມະ​ຫາ​ກຳ​ກິ​ລາ ນະ​ຄອນ​ໂຮ່​ຈີ​ມິນ ຄັ້ງ​ທີ 1 ໄດ້​ໄຂ​ຂຶ້ນ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ, ໂດຍ​ມີ​ການ​ເຂົ້າ​ຮ່ວມຂອງ​ນັກ​ກິ​ລາ​ປະ​ມານ 10.000 ຄົນທີ່​ມາ​ຈາກ 168 ຄະ​ນະ​, ເຊິ່ງ​ຈະແຂ່ງ​ຂັນກິ​ລາ 44 ປະ​ເພດ​ລວມ​ມີ 832 ເນື້ອ​ໃນ.

Top