• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີການເຄື່ອນໄຫວຫຼາຍຢ່າງເບິ່ງແຍງດູແລ, ໜູນຊ່ວຍເນື່ອງໃນໂອກາດວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ

ການແກ້ໄຂຜົນຮ້າຍຈາກທາດພິດເຄມີ/ດີໂອຊິນ ພາຍຫຼັງສົງຄາມຢູ່ ຫວຽດນາມ ແມ່ນໜ້າທີ່ຮີບດ່ວນ, ມີຄວາມໝາຍມະນຸດສະທຳ, ວັດທະນະທຳມະນຸດຢ່າງເລິກເຊິ່ງ.
(ທ່ານນາງ ຫວໍທິແອັງຊວັນ ກ່າວຄຳເຫັນທີ່ການຢ້ຽມຢາມ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 63 ປີແຫ່ງວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2024), ຕອນເຊົ້າວັນທີ 10 ສິງຫາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນຢູ່ສູນເບິ່ງແຍງ, ລ້ຽງດູ, ປິ່ນປົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນ ຮ່າໂນ້ຍ, ຢູ່ຕາແສງ ອຽນບ່າຍ, ເມືອງ ບາວີ. ປະຈຸບັນ, ສູນນີ້ພວມລ້ຽງດູ, ປິ່ນປົວ, ເບິ່ງແຍງດູແລຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມກວ່າ 100 ຄົນ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ ຫວໍທິແອັງຊວັນ ເນັ້ນໜັກວ່າ, ການແກ້ໄຂຜົນຮ້າຍຈາກທາດພິດເຄມີ/ດີໂອຊິນ ພາຍຫຼັງສົງຄາມຢູ່ ຫວຽດນາມ ແມ່ນໜ້າທີ່ຮີບດ່ວນ, ມີຄວາມໝາຍມະນຸດສະທຳ, ວັດທະນະທຳມະນຸດຢ່າງເລິກເຊິ່ງ. ທ່ານນາງສະເໜີໃຫ້ບັນດາ ຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງສືບຕໍ່ຊາບຊຶມ ແລະ ປະຕິບັດແຜນນະໂຍບາຍ, ນະໂຍບາຍຊອງພັກ ແລະ ລັດ ກ່ຽວຂ້ອງເຖິງວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນໃຫ້ເປັນຢ່າງດີ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແຂວງ ຊອັກຈັງ ໄດ້ຈັດການຢື້ຢາມຖາມຂ່າວ, ມອບຂອງຂວັນ, ເບິ່ງແຍງທາງດ້ານວັດຖຸ, ຈິດໃຈໃຫ້ແກ່ຜູ້ປະສົບເຄາະຮ້າຍ ແລະ ຄອບຄົວໃນບໍລິເວັນແຂວງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top