• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບ​ລາງວັນ​ນະ​ຄອນ​ແຫ່ງ​ອັດ​ສະ​ລິ​ຍະ ຫ​ວຽດ​ນາມ ປີ 2024

ຕອນບ່າຍວັນທີ 3 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນ ຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ຈັດຕັ້ງພິທີປະກາດ ແລະ ມອບລາງວັນນະຄອນອັດສະລິຍະ ຫວຽດນາມ 2024 (Smart City 2024).
ພິທີປະກາດ ແລະ ມອບລາງວັນນະຄອນອັດສະລິຍະ ຫວຽດນາມ 2024
ເຫດການນອນໃນຂອບເຂດກອງປະຊຸມນະຄອນອັດສະລະຍະ ຫວຽດນາມ - ອາຊີ 2024 ພວມດຳເນີນແຕ່ວັນທີ 2 – 3 ທັນວາ, ຢູ່ຮ່າໂນ້ຍ. ປີ 2024, ລາງວັນນະຄອນອັດສະລິຍະ ຫວຽດນາມ 2024 ໄດ້ຮັບ 70 ການສະເໜີ, ພາຍຫຼັງຮອບຄັດເລືອກ, ລາຍງານປະເມີນຜົນ ແລະ ຮອບສຸດທ້າຍ, ສະພາກຳມະການໄດ້ຕັດສິນມອບ 19 ລາງວັນ, ລວມມີ: 10 ການສະເໜີຈາກບັນດານະຄອນ, 9 ວິທີການເຕັກໂນໂລຢີ. ສະພາກໍ່ຕັດສິນຍ້ອງຍໍສັນລະເສີນຄວາມມານະພະຍາມພັດທະນາຂອງນະຄອນ ຮົ່ງງື້, ແຂວງດົ່ງທາບ. ດ່ານັ້ງ ເປັນຄັ້ງທີ 5 ຢ່າງລຽນຕິດໄດ້ຮັບລາງວັນນະຄອນດີເດັ່ນໃນການກໍ່ສ້າງ ແລະ ພັດທະນາຕົວເມືອງອັດສະລິຍະຢູ່ ຫວຽດນາມ ປີ 2024.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top