ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ນະຄອນ ຫາຍຟ່ອງ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ແລະ ສູນກາງມາຄົມນັກທຸລະກິດໜຸ່ມ ຫວຽດນາມ ໄດ້ຈັດພິທີມອບນາມມະຍົດນັກທຸລະກິດໜຸ່ມ startup ດີເດັ່ນປີ 2026. ໃນພິທີ, ທ່ານ ຫງວຽນວັນຖັງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍນັກທຸລະກິດໜຸ່ມ 87 ຄົນ, ພິເສດແມ່ນມີແບບຢ່າງດີເດັ່ນທີ່ສຸດ 10 ຄົນ. ທ່ານ ຫງວຽນວັນຖັງ ຮອງນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ:
“ລັດຖະບານ ຈະສືບຕໍ່ຮ່ວມເດີນທາງພ້ອມກັບປະຊາຄົມວິສາຫະກິດ, ນັກທຸລະກິດ, ໂດຍສະເພາະແມ່ນນັກທຸລະກິດໜຸ່ມ startup; ສຸມໃສ່ສ້າງລະບອບລະບຽບການໃຫ້ສົມບູນແບບ; ປັບປຸງສະພາບແວດລ້ອມລົງທຶນດຳເນີນທຸລະກິດຕາມທິດຈະແຈ້ງ, ສະດວກສະບາຍ, ຄ່າໃຊ້ຈ່າຍຕ່ຳ; ຍູ້ແຮງການຕັດບັນດາລະບຽບການບໍລິຫານ ແລະ ເງື່ອນໄຂດຳເນີນທຸລະກິດທີ່ທັບຊ້ອນກັນ; ໜູນຊ່ວຍນັກທຸລະກິດໄດ້ເຂົ້າເຖິງແຫຼ່ງທຶນ, ທີ່ດິນ, ຂໍ້ມູນເອກະສານ, ວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ, ການຕະຫຼາດ ແລະ ແຫຼ່ງຊັບພະຍາກອນມະນຸດ; ພົບເຫັນ, ແກ້ໄຂບັນດາຂໍ້ຕິດຂັດໃນຕົວຈິງຢ່າງທັນການ; ແນໃສ່ສ້າງເງື່ອນໄຂສະດວກ, ປອດໄຟໃຫ້ແກ່ຄົນລຸ້ນໜຸ່ມມີຄວາມອຸ່ນອ່ຽນໃຈ startup, ນະວັດຕະກຳ ແລະ ພັດທະນາ”.






