ຂ່າວສານ

ມອບ​ນາມ​ມະ​ຍົດ​ນັກ​ທຸ​ລະ​ກິດ​ໜຸ່ມ startup ດີ​ເດັ່ນ​ປີ 2026

ໃນ​ພິ​ທີ, ທ່ານ ຫງວຽນ​ວັນ​ຖັງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຮັ​ບ​ຮູ້ ແລະ ຍ້ອງ​ຍໍ​ຊົມ​ເຊີຍ​ນັກ​ທຸ​ລະ​ກິດ​ໜຸ່ມ 87 ຄົນ, ພິ​ເສດ​ແມ່ນ​ມີແບບ​ຢ່າງ​ດີ​ເດັ່ນ​ທີ່​ສຸດ 10 ຄົນ.
ການມອບ​ນາມ​ມະ​ຍົດ​ນັກ​ທຸ​ລະ​ກິດ​ໜຸ່ມ startup ດີ​ເດັ່ນ ປີ 2026 (ພາບ: VGP)

ຕອນ​ເຊົ້າ​ວັນ​ທີ 10 ມິ​ຖຸ​ນາ, ຢູ່ນ​ະ​ຄອນ ຫາຍ​ຟ່ອງ, ສູນ​ກາງ​ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ແລະ ສູນ​ກາງ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ມອບ​ນາມ​ມະ​ຍົດ​ນັກ​ທຸ​ລະ​ກິດ​ໜຸ່ມ startup ດີ​ເດັ່ນ​ປີ 2026. ໃນ​ພິ​ທີ, ທ່ານ ຫງວຽນ​ວັນ​ຖັງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຮັ​ບ​ຮູ້ ແລະ ຍ້ອງ​ຍໍ​ຊົມ​ເຊີຍ​ນັກ​ທຸ​ລະ​ກິດ​ໜຸ່ມ 87 ຄົນ, ພິ​ເສດ​ແມ່ນ​ມີແບບ​ຢ່າງ​ດີ​ເດັ່ນ​ທີ່​ສຸດ 10 ຄົນ. ທ່ານ ຫງວຽນ​ວັນ​ຖັງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຢັ້ງ​ຢືນ​ວ່າ:

“ລັດ​ຖະ​ບານ ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ, ໂດຍ​ສະ​ເພາະ​ແມ່ນ​ນັກ​ທຸ​ລະ​ກິດ​ໜຸ່ມ startup; ສຸມ​ໃສ່​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ; ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຕາມ​ທິດ​ຈະ​ແຈ້ງ, ສະ​ດວກ​ສະ​ບາຍ, ຄ່າ​ໃຊ້​ຈ່າຍ​ຕ່ຳ; ຍູ້​ແຮງ​ການ​ຕັດ​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ​ ແລະ ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ທັບ​ຊ້ອນ​ກັນ; ໜູນ​ຊ່ວຍ​ນັກ​ທຸ​ລະ​ກິດ​ໄດ້​ເຂົ້າ​ເຖິງ​ແຫຼ່ງ​ທຶນ, ທີ່​ດິນ, ຂໍ້​ມູນ​ເ​ອ​ກະ​ສານ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ຫັນ​ເປັນ​ດີ​ຈີ​ຕອນ, ການ​ຕະຫຼາດ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ; ພົບ​ເຫັນ, ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ໃນ​ຕົວ​ຈິງ​ຢ່າງ​ທັນ​ການ; ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະ​ດວກ, ປອດ​ໄຟ​ໃຫ້​ແກ່​ຄົນ​ລຸ້ນ​ໜຸ່ມ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ startup, ນະ​ວັດ​ຕະ​ກຳ ແລະ ພັດ​ທະ​ນາ”.


top