• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບລາງວັນດົນຕີ ຫວຽດນາມ ປີ 2024

ຄະນະຈັດຕັ້ງໄດ້ມອບ 4 ລາງວັນ A, 19 ລາງວັນ B, 18 ລາງວັນ C ໃຫ້ແກ່ບັນດານັກດົນຕີທີ່ມີຜົນງານດີເດັ່ນ.
ພິທີມອບລາງວັນ (ພາບ: nhandan.vn)

ຕອນຄ່ຳວັນທີ 15 ທັນວາ, ຢູ່ໂຮງລະຄອນ ຫາຍຟ່ອງ, ສະມາຄົມນັກດົນຕີ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຈັດພິທີມອບລາງວັນດົນຕີ ຫວຽດນາມ ປີ 2024.

ລາງວັນດັ່ງກ່າວແມ່ນເພື່ອເຊີດຊູບັນດານັກດົນຕີ, ນັກສິລະປິນ ພ້ອມກັບບັນດາການປະດິດຄິດແຕ່ງດົນຕີທີ່ດີເດັ່ນໃນຫຼາຍຂົງເຂດ, ຄື: ການປະພັນ, ການສະແດງ, ທິດສະດີການວິເຄາະ ແລະ ບຳລຸງສ້າງ. ຕາມຂໍ້ມູນຈາກຄະນະຈັດຕັ້ງ, ປີ 2024 ມີ 241 ບົດປະພັນດົນຕີຂອງຜູ້ແຕ່ງ 241 ທ່ານທີ່ເປັນສະມາຊິກຂອງສະມາຄົມນັກດົນຕີ ຫວຽດນາມ ຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດສົ່ງມາເຂົ້າຮ່ວມ.

ຄະນະຈັດຕັ້ງໄດ້ມອບ 4 ລາງວັນ A, 19 ລາງວັນ B, 18 ລາງວັນ C ໃຫ້ແກ່ບັນດານັກດົນຕີທີ່ມີຜົນງານດີເດັ່ນ.

(ແຫຼ່ງຄັດຈາກ VOV)

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຕາແສງ ບິ່ງເລີ້ຍ, ນະຄອນໂຮ່ຈິມິນ

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຕາແສງ ບິ່ງເລີ້ຍ, ນະຄອນໂຮ່ຈິມິນ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສະເໜີຕາແສງ ບິ່ງເລີ້ຍ ເວົ້າລວມ, ເຂດຊຸມຊົນບ້ານ 15 ເວົ້າສະເພາະ, ສືບຕໍ່ຮັກສານ້ຳໃຈຄວາມສາມັກຄີ; ເສີມຂະຫຍາຍບັນດາຮູບແບບການຄຸ້ມຄອງດ້ວຍຕົນເອງຢ່າງມີປະສິດທິຜົນ

Top