• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພ​ິ​ທີ​ເຄື່ອນ​ພົນເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ຕອນເຊົ້າວັນທີ 24 ກັນຍາ, ຢູ່ເຂດຖານທີ່ໝັ້ນສະໜາມບິນທະຫານ ກອງພົນ 371 (ກອງທັບປ້ອງກັນອາກາດ), ສະໜາມບິນໂນ້ຍບ່າຍ, ກະຊວງປ້ອງກັນປະເທດ ໄດ້ຈັດພິທີເຄືອນພົນເດີນທາງປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ.
ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ທີ່ພິທີ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ໄດ້ມອບທຸງຊາດໃຫ້ແກ່ຜູ້ຕາງໜ້າກອງທະຫານຊ່າງແສງເລກ 3 ແລະ ໂຮງໝໍກາງສະໜອມຂັ້ນ 2 ເລກ 6 ກ່ອນທີ່ຈະເດີນທາງໄປປະຕິບັດງານ. ທ່ານນາງຮອງປະທານປະເທດ ເນັ້ນໜັກວ່າ ໃນໄລຍະກ່ວາ 10 ປີຜ່ານມາ, ຫວຽດນາມ ໄດ້ຈັດສົ່ງນາຍທະຫານ, ນາຍຕຳຫຼວດ, ນັກຮົບເກືອບ 900 ຄົນ ໃນນັ້ນມີນາຍຕຳຫຼວດ 13 ຄົນ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຢູ່ສປຊ. ທ່ານນາງ ຫວໍທິແອັງຊວັນ ຊີ້ແຈ້ງວາ ບັນດານັກຮົບ ເຂົ້າຮ່ວມການປະຕິບັດໜ້າທີ່ຮັກສາສັນຕິພາບ ແມ່ນທູດສັນຕິພາບ ຢູ່ສປຊ, ປະກອບສ່ວນສ້າງພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມໃນໝູ່ເພື່ອນມິດສາກົນ.

ໂດຍສືບທອດບັນດາໝາກຜົນທີ່ບັນລຸໄດ້, ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ບັນດາກົມກອງຫາກໍ່ໄດ້ຮັບການຈັດສົ່ງໄປປະຕິບັດງານຢູ່ຄະນະປະຕິບັດງານຂອງ ສປຊ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີຂອງຊາດ ແລະ ຈິດໃຈສາມັກຄີສາກົນ… ສູ້ຊົນປະຕິບັດບັນດາໜ້າທີ່ອັນສູງສົ່ງເຊິ່ງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ມອບໝາຍໃຫ້ເປັນຢ່າງດີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂຶ້ນຂອງ ສປຊໃນສະພາບການໃໝ່.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top