ຂ່າວສານ
ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ແບ່ງປັນຄວາມມ່ວນຊື່ນເມື່ອຕ້ອນຮັບບຸນປີໃໝ່ ແລະ ອວ່າຍໜ້າເມືອຫາບ້ານເກີດເມືອງນອນ
ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະເມຍ 2026, ຕອນຄ່ຳວັນທີ 09 ກຸມພາ, ຢູ່ ປັກກິ່ງ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2026”, ນີ້ແມ່ນສະຖານທີ່ອັນສະໜິດສະໜົມ, ເປັນແຫ່ງເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສ ຢູ່ ຈີນ ເຕົ້າໂຮມກັນ, ແບ່ງປັນຄວາມມ່ວນຊື່ນເມື່ອຕ້ອນຮັບບຸນປີໃໝ່ ແລະ ອວ່າຍໜ້າເມືອຫາປະເທດຊາດ. ລາຍການປະກອບສ່ວນອະນຸລັກຮັກສາ, ແຜ່ກະຈາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ເພີ່ມທະວີຄວາມຜູກພັນລະຫວ່າງສະຖານທູດກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ຮັດແໜ້ນສາຍສຳພັນລະຫວ່າງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ ກັບປະຊາຊົນພາຍໃນປະເທດ.
ຕອນຄ່ຳຂອງວັນດຽວກັນ, ຢູ່ນະຄອນທະເລ Preah Sihanouk, ສະຖານກົງສູນໃຫຍ່ ຫວຽດນາມ ໄດ້ຈັດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນປີ 2026” ດ້ວຍການເຂົ້າຮ່ວມຂອງພໍ່ແມ່ພີ່ນ້ອງເຊື້ອຊາດ ຫວຽດນາມ ຢູ່ 6 ແຂວງແຄມທະເລທາງທິດຕາເວັນຕົກສ່ຽງໃຕ້ ກຳປູເຈຍ. ເມື່ອກ່າວຄຳເຫັນໃນລາຍການ, ທ່ານ ເຈິ່ນວັນນຳ, ປະທານສະມາຄົມ ຂະແມ - ຫວຽດນາມ ປະຈຳ ກຳປູເຈຍ (KVA) ສາຂາແຂວງ Preah Sihanouk, ແບ່ງປັນວ່າ:
“ພວກຂ້າພະເຈົ້າ, ແມ່ນຊາວ ຫວຽດນາມ ດຳລົງຊີວິດຢູ່ນີ້ທີ່ ໄດ້ຮັບຄວາມເອົາໃຈໃສ່ຈາກສະຖານກົງສູນໃຫຍ່ ແລະ ພັກ, ລັດ ຫວຽດນາມ, ເພື່ອໃຫ້ພວກຂ້າພະເຈົ້າມີເງື່ອນໄຂສູ້ຊົນດີກວ່າເກົ່າ. ພວກຂ້າພະເຈົ້າໄດ້ຕິດຕາມສະພາບການຢູ່ພາຍໃນປະເທດເປັນປະຈຳ, ພ້ອມທັງມີຄວາມປິຕິຊົມຊື່ນທີ່ສຸດ ເມື່ອເຫັນວ່າ ໃນໄລຍະຜ່ານມາ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າອັນໃຫຍ່ຫຼວງຫຼາຍຢ່າງທາງດ້ານເສດຖະກິດ, ການຕ່າງປະເທດ, ສະຖຽນລະພາບໃນສັງຄົມ”.
ກໍໃນວັນດຽວກັນ, ຢູ່ ອົດສະຕາລີ, ໂຮງຮຽນຮັກພາສາ ຫວຽດ ໄດ້ຈັດລາຍການ Gala ຮັກບຸນປີໃໝ່ປະຈຳຊາດ.







