• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົບປະແລກປ່ຽນແຂ່ງຂັນກິລາ, ວັດທະນາທຳເລີ່ມຕົ້ນການເຄື່ອນໄຫວຕ້ອນຮັບປີສາມັກຄີມັດຕະພາບ ຫວຽດນາມ - ລາວ 2022

ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳແຂວງຫຼວງພະບາງ, ທາງພາກເໜືອ ລາວ ຫາກໍ່ສົມທົບກັບ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຢູ່ແຂວງ ເລີ່ມຕົ້ນບັນດາການເຄື່ອນໄຫວຕ້ອນຮັບປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022.
  ທ່ານຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຫງວຽນດັງຮຸ່ງ (ພາບ: TTXVN)  

 ກ່າວຄຳເຫັນທີ່ພິທີ, ທ່ານຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຫງວຽນດັງຮຸ່ງເນັ້ນໜັກວ່າ ການເຄື່ອນໄຫວພົບປະແລກປ່ຽນແຂ່ງຂັນກິລາ ວັດທະນະທຳອາຫານການກິນກໍ່ແມ່ນໂອກາດເພື່ອສືບຕໍ່ສະແດງ ແລະ ຢັ້ງຢືນການຮ່ວມມືສະໜິດຕິດພັນລະຫວ່າງປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼວງພະບາງກັບອຳນາດການປົກຄອງ ແລະ ປະຊາຊົນ ທ້ອງຖິ່ນ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ໃນໂອກາດນີ້, ທ່ານ ຫງວຽນດັງຮຸ່ງ ກໍ່ໄດ້ສົ່ງຂອບໃຈມາຍັງການນຳແຂວງ ແລະ ພະແນກ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ ຍາມໃດກໍ່ເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນກັບສະຖານກົງສູນໃຫຍ່ໃນທຸກການເຄື່ອນໄຫວ, ທ່ານຫວັງວ່າຈະສືບຕໍ່ໄດ້ຮັບການສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ ຈາກບັນດາອົງການທີ່ກ່ຽວຂ້ອງຂອງແຂວງ ແລະ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼວງພະບາງ ເພື່ອສືບຕໍ່ຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວຕໍ່ໄປໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022 ໃຫ້ເປັນຢ່າງດີ.

ລາຍການພົບປະແລກປ່ຽນແຂ່ງຂັນກິລາ, ວັດທະນະທຳອາຫານການກິນ ຕ້ອນຮັບປີສາມັກຄີມິດຕະພາບ ຫວຽດ - ລາວ ປີ 2022 ໄດ້ດຳເນີນດ້ວຍຫຼາຍການເຄື່ອນໄຫວຄືແຕະບານມິດຕະພາບ 7 ຄົນ, ພົບປະແລກປ່ຽນດ້ານວັດທະນະທຳ, ອາຫານການກິນ ແລະ ການສະແດງສິລະປະທີ່ເປັນມູເຊື້ອລະຫວ່າງຫວຽດນາມ - ລາວ.


(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top