• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ

ທີ່ຫຼັກໝາຍຊາຍແດນ 3 ປະເທດ, ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ໄດ້ພ້ອມກັນປະຕິບັດພິທີເຄົາລົບທຸງ, ທາສີຫຼັກໝາຍອະທິປະໄຕ; ເປັນສັກຂີພິຍານການເຄື່ອນໄຫວສົມທົບກັນຈັດຕັ້ງການລາດຕາເວນ.
ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ລາວ - ຫວຽດນາມ - ກຳປູເຈຍ

ຕອນເຊົ້າວັນທີ 14 ທັນວາ, ຢູ່ເຂດຊາຍແດນຮ່ວມ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ແລະ ຢູ່ນະຄອນ ກອນຕຸມ, ແຂວງ ກອນຕຸມ, ໄດ້ຈັດລາຍການພົບປະແລກປ່ຽນມີດຕະພາບເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ.

ທີ່ຫຼັກໝາຍຊາຍແດນ 3 ປະເທດ, ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ໄດ້ພ້ອມກັນປະຕິບັດພິທີເຄົາລົບທຸງ, ທາສີຫຼັກໝາຍອະທິປະໄຕ; ເປັນສັກຂີພິຍານການເຄື່ອນໄຫວສົມທົບກັນຈັດຕັ້ງການລາດຕາເວນ, ກວດກາຫຼັກໝາຍຊາຍແດນ 3 ແຍກຊາຍແດນຂອງກຳລັງປ້ອງກັນຊາຍແດນ 3 ປະເທດ, ປູກຕົ້ນໄມ້ມິດຕະພາບ, ເປັນສັກຂີພິຍານພິທີຊ້ອມຮົບຮ່ວມຂອງກຳລັງເສນາຮັກລະຫວ່າງກອງທັບ 3 ປະເທດ. ທ່ານ ພົນຈັດຕະວາ ຫງວຽນເຈືຶ່ອງຢາງ, ຫົວໜ້າກົມເສນາຮັກ, ກົມໃຫຍ່ພະລາທິການ, ໃຫ້ຮູ້ວ່າ: 

“ການຊ້ອມຮົບຄັ້ງນີ້ມີຄວາມໝາຍໃຫຍ່ຕໍ່ການສົມທົບ, ການຮ່ວມມືດ້ານເສນາຮັກ 3 ປະເທດໃນການຊີ້ນຳ, ບໍລິຫານ, ຈັດຕັ້ງກຳລັງເພື່ອໜູນຊ່ວຍໃຫ້ປະຊາຊົນ ຖ້າມີກໍລະນີເກີດຂຶ້ນ. ທີສອງແມ່ນ ໃນວຽກງານກະກຽມ, ບຳລຸງສ້າງ ແລະ ພິເສດແມ່ນຜັນຂະຫຍາຍການກູ້ຊ່ວຍຄົນເຈັບໃນກໍລະນີສຸກເສີນໃນອະນາຄົດທີ່ອາດຈະເກີດຂຶ້ນ”.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top