• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພຸດທະສາສະນິກະຊົນທົ່ວປະເທດຮ່ວມແຮງຮ່ວມໃຈສ້າງສາປະເທດຊາດ

      ວັນບຸນເຂົ້າປະດັບດິນບໍ່ພຽງແຕ່ເພື່ອຕອບບຸນແທນຄຸນບັນພະບຸລຸດເທົ່ານັ້ນ, ຫາກຍັງໄດ້ຕອບບຸນແທນຄຸນບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດອີກດ້ວຍ. 

ທ່ານ ເຈືອງຮ່ວາບິ່ງ ໄປອວຍພອນວັນບຸນເຂົ້າປະດັບດິນຢູ່ວັດ ວິ້ງງຽມ
 (ພາບ: VGP)
      ຕອນເຊົ້າວັນທີ 30 ສິງຫາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ, ໄດ້ໄປອວຍພອນວັນບຸນເຂົ້າປະດັບດິນຢູ່ວັດ ວິ້ງງຽມ ແລະ ຫ້ອງການ 2 - ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຢູ່ນະຄອນໂຮ່ຈີມິນ.
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຢືນຢັນວ່າ ວັນບຸນເຂົ້າປະດັບດິນແມ່ນໜຶ່ງໃນບັນດາຄຸນຄ່າອັນໃຫຍ່ຫຼວງຂອງພຸດທະສາສະໜາ, ເໝາະສົມກັບການເຫຼື້ືອມໄຊບູຊາບັນພະບຸລຸດຂອງຊາດຫວຽດນາມ. ປີ 2020 ນີ້, ໃນເງື່ອນໄຂໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນ ສະນັ້ນ ການຈັດວັນບຸນດັ່ງກ່າວແມ່ນບໍ່ເທົ່າກັບປີກ່ອນໆນີ້, ແຕ່ຈິດໃຈຂອງວັນບຸນເຂົ້າປະດັບດິນ ແມ່ນຍັງຄົບຖ້ວນ.
ຜູ້ຕ່າງໜ້າພະສົງສຳມະເນັນ, ພຸດທະສາສະນິກກະຊົນ, ພະມະຫາອາຈານ ທິ໊ກທ້ຽນເຍິນ, ປະທານສະພາບໍລິຫານງານພຸດທະສາສະໜາຫວຽດນາມ ຢືນຢັນທັດສະນະຂອງພຸດທະສາສະໜາ ກ່ຽວກັບວັນບຸນເຂົ້າປະດັບດິນບໍ່ພຽງແຕ່ເພື່ອຕອບບຸນແທນຄຸນບັນພະບຸລຸດເທົ່ານັ້ນ, ຫາກຍັງໄດ້ຕອບບຸນແທນຄຸນບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດອີກດ້ວຍ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top