• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພື້ນຖານເສດຖະກິດ ຫວຽດນາມ ມີລັກສະນະແຂ່ງຂັນດີ

ການຟື້ນຟູຄືນໃໝ່ແມ່ນຍ້ອນຄວາມຕ້ອງການຂອງໂລກໄດ້ຮັບການປັບປຸງ, ປະກອບສ່ວນຊຸກຍູ້ການສົ່ງອອກ.
(ພາບປະກອບ: baodautu.vn)

ຫຼາຍອົງການສືບສວນ, ຄົ້ນຄວ້າເສດຖະກິດໂລກ ຫາກໍ່ດັດປັບການຄາດຄະເນການເຕີບໂຕຂອງ ຫວຽດນາມ ໃນປີ 2023 ແລະ 2024. ບັນດາການດັດປັບລະດັບຄາດຄະເນການເຕີບໂຕສະແດງໃຫ້ເຫັນວ່າ, ເສດຖະກິດ ຫວຽດນາມ ພວມຟື້ນຟູ ແລະ ມີລະດັບການເຕີບໂຕຢ່າງຕັ້ງໜ້າເມື່ອທຽບໃສ່ບັນດາພື້ນຖານເສດຖະກິດອື່ນ.

ໃນກາງອາທິດນີ້, ໜັງສືພິມ Investing, ປະຕູຖານຂໍ້ມູນຂ່າວສານການເງິນໂລກ, ຄັດສະເໜີການຄາດຄະເນຂອງທະນາຄານ HSBC ກ່ຽວກັບການເຕີບໂຕເສດຖະກິດຂອງ ຫວຽດນາມ ແລະ ໃຫ້ຂໍ້ສັງເກດຂອງນັກຊ່ຽວຊານ ໂດຍຖືວ່າ, ການຟື້ນຟູຄືນໃໝ່ແມ່ນຍ້ອນຄວາມຕ້ອງການຂອງໂລກໄດ້ຮັບການປັບປຸງ, ປະກອບສ່ວນຊຸກຍູ້ການສົ່ງອອກ. ໜັງສືພິມ Investing ໄດ້ຄັດສະເໜີການຕີລາຄາຂອງທ່ານ Frederic Neumann, ຫົວໜ້ານັກເສດຖະກິດກຸ່ມຄົ້ນຄວ້າເສດຖະກິດອາຊີ, ທະນາຄານ HSBC ໃຫ້ຮູ້ວ່າ: ເຖິງວ່າການສົ່ງອອກຂອງທົ່ວໂລກຫຼຸດລົງກໍ່ຕາມ, ແຕ່ການສົ່ງອອກຂອງ ຫວຽດນາມ ຍັງຍາດໄດ້ອັດຕາສວນຂອງຕະຫຼາດ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ພື້ນຖານເສດຖະກິດ ຫວຽດນາມ ມີລັກສະນະແກ່ງແຍ້ງສູງ.

ເນື່ອງໃນໂອກາດນີ້, ສຳນັກຂ່າວສານ ຊິນຮວາ ຂອງ ຈີນ ກໍ່ໄດ້ຄັດສະເໜີບົດລາຍງານຂອງສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ອາຊຽນ+3 (AMRO) ເມື່ອອົງການດັ່ງກ່າວຍົກລະດັບຄາດຄະເນການເຕີບໂຕຂອງ ຫວຽດນາມໃນ ປີນີ້. ໃນຂະນະນັ້ນ, ໜັງສືພິມ Thestar ຂອງ ມາເລເຊຍ ໄດ້ເຕື້ອງເຖິງບົດລາຍງານຂອງທະນາຄານໂລກຫວ່າງມໍ່ໆມານີ້, ໃນນັ້ນໃຫ້ຂໍ້ສັງເກດວ່າ: ບັນດາບໍລິສັດປຸງແຕ່ງ, ຜະລິດຂອງ ຫວຽດນາມ ພວມຄ່ອຍໆກາຍເປັນໃຈກາງຂອງພື້ນຖານເສດຖະກິດເທື່ອລະກ້າວ.

ສ່ວນໜັງສືພິມ Fibre2fashion (ອາເມລິກາ) ກໍ່ໃຫ້ຄຳເຫັນວ່າ, ຄວາມດຶງດູດການລົງທຶນຂອງ ຫວຽດນາມ ຍັງແຂງແຮງຢູ່, ເມື່ອມີວິສາຫະກິດ ເອີລົບ ຫຼາຍແຫ່ງໄດ້ຈັດອັນດັບ ຫວຽດນາມ ເຂົ້າໃນບັນຊີລາຍຊື່ 10 ປະເທດຕ່າງປະເທດທີ່ມາລົງທຶນແຖວໜ້າຂອງເຂົາເຈົ້າ.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top