• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ, ​ເປີດນຳໃຊ້ 250 ໂຄງ​ການ

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ຕອນເຊົ້າວັນທີ 19 ສິງຫາ, ຢູ່ 34 ແຂວງ, ນະຄອນ ໃນທົ່ວປະເທດ ໄດ້ພ້ອມກັນຈັດພິທີເລີ່ມລົງມຶກໍ່ສ້າງ, ເປີດນຳໃຊ້ 250 ໂຄງການຈຸດສຸມ.
ສະໜາມບິນ ຢາບິນ (ພາບ: TTXVN)

ໃນບັນດາໂຄງການ, ກິດຈະກຳທີ່ໄດ້ເລີ່ມລົງມຶກໍ່ສ້າງ, ເປີດນຳໃຊ້ໃນວັນທີ 19 ສິງຫານີ້ ມີ 59 ໂຄງການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ; 44 ໂຄງການພົນລະເຮືອນ-ຕົວເມືອງ; 57 ໂຄງການອຸດສາຫະກຳ; 36 ໂຄງການພື້ນຖານໂຄງລ່າງເຕັກນິກ ແລະ 22 ໂຄງການເຮືອນຢູ່ສັງຄົມ. ໃນຈຳນວນບັນດາໂຄງການທີ່ໄດ້ຮັບການເປີດນຳໃຊ້ໃນວັນທີ 19 ສິງຫາ ມີສູນວາງສະແດງແຫ່ງຊາດ ຊື່ງແມ່ນໂຄງການໃຫ່ຍທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ນອນໃນ Top 10 ກຸ່ມສູນວາງສະແດງໃຫ່ຍທີ່ສຸດໃນໂລກ. ໂດຍໄດ້ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ ຂອງນະຄອນຫຼວງ ຮ່າໂນ້ຍ, ສູນວາງສະແດງແຫ່ງຊາດມີເນື້ອທີ່ກວ້າງ 900.000 m². ທ່ານນາງ ຫຼີຮວາລຽນ ຜູ້ອຳນວຍການໃຫ່ຍຝ່າຍບໍລິຫານ ບໍລິສັດຫຸ້ນສ່ວນງານວາງສະແດງຕະຫຼາດນັດແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

  ນີ້ແມ່ນສັນຍາລັກຂອງ ຮ່າໂນ້ຍຂອງປະເທດຊາດ. ສັນຍາລັກນີ້ໄດ້ຮັບການອອກແບບເພື່ອສາມາດເຫັນໄດ້ແຕ່ໄກ, ຈາກເຮືອບິນກໍ່ສາມາດເຫັນຮູບຊົງອັໃຫ່ໂຕມະໂຫຖານນີ້ໄດ້. ນີ້ແມ່ນຄວາມເອກອ້າງທະນົງໃຈຂອງຊາວນະຄອນຫຼວງຫຼາຍຄົນ. ກິດຈະກຳແຫ່ງນີ້ ມີຫຼາຍພາລະໜ້າທີ່ດ້ວຍເນື້ອທີ່ໃນຮົ່ມກ່ວາ 100.000 m2 ຊື່ງສາມາດຕອບສະໜອງໄດ້ຫຼາຍເຫດການງານວາງສະແດງການຄ້າສິລະປະກິລາການເມືອງ. ນີ້ແມ່ນສິ່ງທີ່ບໍ່ເຄີຍມີມາຢູ່ ຫວຽດນາມ.

  ແລະ ກໍ່ໃນວັນດຽວກັນ, ມີ 161 ໂຄງການ, ກິດຈະກຳໄດ້ພ້ອມກັນຈັດພິທິເລີ່ມລົງມືກໍ່ສ້າງ, ໃນນັ້ນມີສະໜາມບິນ ຢາບິນ (ບັກນິງ).

(ແຫຼ່ງຄັດຈາກ VOV)

ອິດ​ສະ​ຣາ​ແອັນ ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ​ເຂດ​ຕັ້ງ​ຖິ່ນ​ຖານ​ໃໝ່ 34 ແຫ່ງ ຢູ່​ຝັ່ງ​ຕາ​ເວັນ​ຕົກ

ອິດ​ສະ​ຣາ​ແອັນ ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ​ເຂດ​ຕັ້ງ​ຖິ່ນ​ຖານ​ໃໝ່ 34 ແຫ່ງ ຢູ່​ຝັ່ງ​ຕາ​ເວັນ​ຕົກ

ວັນ​ທີ 09 ເມ​ສາ, ຄະ​ນະ​ລັດ​ຖະ​ບານ ອິ​ດ​ສະ​ຣາ​ແອັນ ໄດ້​ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຕັ້ງ​ຖິ່ນ​ຖານ​ໃໝ່ 34 ແຫ່ງ ຢູ່​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ​ໃນ​ສະ​ພາບ​ການ​ປະ​ເທດ​ນີ້​ພວມ​ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ທາງ​​ທະ​ຫານ​ໃນຫຼາຍ​ສະ​ໜາມ​ຮົບ.

Top