• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ເປີດ​ສະຫຼອງ​ຮາກ​ຖານ​ເຄື່ອນ​ໄຫວ​ໃໝ່​ຂອງ​ສູນ​ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ

ຕອນເຊົ້າວັນທີ 28 ຕຸລາ, ພິທີເປີດສະຫຼອງຮາກຖານເຄື່ອນໄຫວໃໝ່ຂອງສູນນະວັດຕະກຳແຫ່ງຊາດ (NIC), ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ພິທີໄຂງານວາງສະແດງສາກົນນະວັດຕະກຳ ຫວຽດນາມ 2023 (VIIE 2203), ໄດ້ດຳເນີນຢູ່ ຮ່າໂນ້ຍ.
(ພາບ: VOV )

ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ ຢັ້ງຢືນວ່າ ນະວັດຕະກຳ ພວມແມ່ນທ່າອ່ຽງທີ່ແນ່ນອນ, ແມ່ນການເລືອກເຟັ້ນທີ່ມີລັກສະນະບຸກທະລຸຍຸດທະສາດຂອງ ຫວຽດນາມ. ເພື່ອແນໃສ່ເສີມຂະຫຍາຍປະສິດທິຜົນການລົງທຶນ ສຳລັບສູນນະວັດຕະກຳແຫ່ງຊາດໃຫ້ດີທີ່ສຸດນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີວ່າ:

ຂ້າພະເຈົ້າສະເໜີໃຫ້ ກະຊວງແຜນການ ແລະ ການລົງທຶນ, ກະຊວງວິທະຍາສາດ ແລະ ເຕັກນໂລຊີ ແລະ ບັນດາກະຊວງ, ອົງການ, ວິທະຍາສາດ ຕ້ອງກ້າເຮັດ, ຕັດສິນໃຈສູງ, ມານະພະຍາຍາມກ່ວາອີກ, ໝູນໃຊ້ ບັນດາໂອກາດການຮ່ວມມືກັບບັນດາຄູ່ຮ່ວມມືສາກົນ ຫຼາຍກ່ວາອີກ ເພື່ອສ້າງລະບອບລະບຽບການ, ນະໂຍບາຍໃຫ້ແກ່ການເຄື່ອນໄຫວນະວັດຕະກຳຢູ່ ຫວຽດນາມ ໃຫ້ສຳເລັດ ເພື່ອຕອບສະໜອງຢ່າງທັນການ ຄຳຮຽກຮ້ອງພັດທະນາໃນພຶດຕິກຳຕົວຈິງຂອງບັນດາເຈົ້າຂອງລະບົບຊີວະພາບ, ພິເສດແມ່ນບັນດາວິສາຫະກິດນະວັດຄະກຳ ແລະ start up ປະດິດຄິດສ້າງ.

(ພາບ: VOV )

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມກັບການນຳບັນດາກະຊວງ ໄດ້ປະຕິບັດພິທີໄຂ ແລະ ຢ້ຽມຢາມ ງານວາງສະແດງສາກົນນະວັດຕະກຳ ຫວຽດນາມ 2023 ຊື່ງມີຫົວເລື່ອງ “ເຕົ້າໂຮມ-ປະດິດຄິດສ້າງ-ແຜ່ຂະຫາຍ” ຈັດຂຶ້ນແຕ່ວັນທີ 18 ຕຸລາ-ວັນທີ 1 ພະຈິກ ດ້ວຍຮ້ານວາງສະແດງລະດັບສາກົນ 200 ຮ້ານ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top