• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳ​ເນົາ​ເອ​ກະ​ສານ ຫວຽດ​ນາມ - ລາວ

ວັນທີ 6 ທັນວາ, ຢູ່ຮ່າໂນ້ຍ, ກົມເອກະສານ ແລະ ການສຳເນົາແຫ່ງລັດ ຫວຽດນາມ ແລະ ກົມເອກະສານແຫ່ງຊາດ ລາວ ໄດ້ເຊັນ ບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນການຮ່ວມມືໃນຂົງເຂດສຳເນົາເອກະສານ ຫວຽດນາມ - ລາວ
ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນການຮ່ວມມືໃນຂົງເຂດສຳເນົາເອກະສານ ຫວຽດນາມ - ລາວ (ພາບ: VOV)

ເຂົ້າຮ່ວມ ແລະ ເປັນສັກຂີພິຍານ ພິທີເຊັນ ມີຜູ້ຕາງໜ້າກະຊວງພາຍໃນ, ການນຳກົມເອກະສານ ແລະ ການສຳເນົາແຫ່ງລັດ ຫວຽດນາມ, ການນຳກົມເອກະສານ ແຫ່ງຊາດ ລາວ ແລະ ຜູ້ຕາງໜ້າການນຳບັນດາຫົວໜ່ວຍຂຶ້ນກັບອົງການເອກະສານສອງປະເທດ. ກ່າວຄຳເຫັນທີພິທີ, ທ່ານນາງ ທອງຈັນ ແກ້ວສີຫອມ, ກົມໜ້າກົມເອກະສານແຫ່ງຊາດ ລາວ ໃຫ້ຮູ້ວ່າ ສອງກົມຈະສືບຕໍ່ເຮັດວຽກນຳກັນເພື່ອສະເໜີຕໍ່ລັດຖະບານ ຫວຽດນາມ ແລະ ລາວ ສະໜັບສະໜູນແຫຼ່ງງົບປະມານເພື່ອປະຕິບັດບັນດາແຜນການທີ່ໄດ້ວາງອອກໃນບົດບັນທຶກ.

ໃນປີ 2024, ສອງຝ່າຍຈະເພີ່ມທະວີການຮ່ວມມືໃນການບຳລຸງສ້າງ, ຝືກອົບຮົບພະນັກງານຫ້ອງການຂາເຂົ້າ - ຂາອອກ, ສຳເນົາເອກະສານ ພ້ອມທັງແບ່ງປັນຂໍ້ມູນເອກະສານ ເພື່ອຈັດຕັ້ງປະຕິບັດບັນດາການເຄື່ອນໄຫວເສີມຂະຫຍາຍຄຸນຄ່າຂອງເອກະສານທີ່ໄດ້ເກັບຮັກສາຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top