• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ເຄົາ​ລົບ​ທຸງ ແລະ ວັນ​ຄອບ​ຄົວ ອາ​ຊຽນ ແລະ ວັນ​ສ້າງ​ຕັ້ງ ອາ​ຊຽນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 54 ປີແຫ່ງວັນສ້າງຕັ້ງ ອາຊຽນ, ຕອນເຊົ້າວັນທີ 8 ສິງຫາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງພິທີເຄົາລົບທຸງ ແລະ ວັນຄອບຄົວ ອາຊຽນ ດ້ວຍຫົວຂໍ້ “ອາຊຽນສາມັກຄີກັນ ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ”. ເຫດການໄດ້ຈັດຕັ້ງຕາມຮູບການທາງໄກ ດ້ວຍສະຖານທີ່ຖ່າຍທອດສົດ ຂອງ 10 ປະເທດອາຊຽນ.
ພິທີເຄົາລົບທຸງອາຊຽນ (ພາບ: baoquocte.vn)

ກ່າວຄຳເຫັນທີ່ພິທີເຄົາລົບທຸງອາຊຽນ, ທ່ານບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສົ່ງຄຳອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 54 ປີແຫ່ງວັນສ້າງຕັ້ງ ອາຊຽນ, ທ່ານກໍ່ສະແດງຄວາມຂອບອົບຂອບໃຈການຮ່ວມມືໂດຍກົງ ແລະ ທາງໄກຂອງບັນດາປະເທດ ເພື່ອຈັດຕັ້ງສຳເລັດບັນດາເຫດການທີ່ມີຄວາມໝາຍນີ້ ແລະ ເຊື່ອໝັ້ນວ່າ ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ  ຈະຜ່ານຜ່າບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກປັດຈຸບັນ.

ທ່ານ ບຸຍແທັງເຊີນ ກໍ່ຕີລາຄາສູງເຫດການວັນຄອບຄົວອາຊຽນ ດ້ວຍຫົວຂໍ້ “ອາຊຽນສາມັກຄີກັນຮ່ວມແຮ່ງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ”. ນີ້ແມ່ນຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຂອງ ກຸ່ມແມ່ຍິງປະຊາຄົມ ອາຊຽນ ຢູ່ ຮ່າໂນ້ຍ, ແມ່ນສານແຫ່ງຄວາມໝາຍທີ່ສົ່ງໄປຍັງບັນດາປະເທດ ສະມາຊິດ ອາຊຽນ, ໃນສະພາບການໂລກລະບາດໂຄວິດ - 19 ຍັງຄົງມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດໃນພາກພື້ນ ແລະ ທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ດ້ວຍ​ຫົວ​ຂໍ້ “ສັນ​ຕິ​ພາບ - ມິດ​ຕະ​ພາບ - ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ”, ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026 ຈະ​ດຳ​ເນີນ​ແຕ່​ວັນ​ທີ 10 – 13 ທັນ​ວາ, ຢູ່​ສະ​ໜາມ​ບິນ​ຢາ​ເລິມ ຮ່າ​ໂນ້ຍ.

Top