• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ມອບ - ຮັບ​ໜ້າ​ທີ່​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ

ຕອນບ່າຍວັນທີ 8 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີມອບ - ຮັບໜ້າທີ່ວຽກງານຂອງນາຍົກລັດຖະມົນຕີ ແລະ ປະກາດຂໍ້ຕົກລົງຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງຮອງນາຍົກລັດຖະມົນຕີ; ລັດຖະມົນຕີ ແລະ ສະມາຊິກອື່ນໆຂອງລັດຖະບານ ອາຍຸການ 2016 – 2021 ຈຳນວນໜຶ່ງ.
ທ່ານປະທານປະເທດ ຫງວຽນຊວັນຟຸກ (ເບື້ອງຂວາ) ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ (ພາບ: TTXVN)

ທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ດີໃຈນຳຮອງນາຍົກລັດຖະມົນຕີ ສອງທ່ານ ຄືທ່ານ ເລມິງຄ໊າຍ ແລະ ທ່ານ ເລວັນແທັ່ງ; ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ສະແດງຄວາມດີໃຈນຳ ລັດຖະມົນຕີ, ຫົວໜ້າຂະແໜງ, ສະມາຊິກລັດຖະບານ 12 ທ່ານ ທີ່ຫາກໍໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV.

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ ລັດຖະບານຊຸດໃໝ່ ຈະສ້າງລະບອບກົດໝາຍໃຫ້ສົມບູນ ແລະ ດີກວ່າອີກ, ຍົກສູງລະບຽບວິໄນ, ຜົນບັງຄັບໃຊ້ ແລະ ປະສິດທິຜົນຂອງກົງຈັກບໍລິຫານແຫ່ງລັດ - ເຊິ່ງເປັນໜຶ່ງໃນບັນດາບາດກ້າວບຸກທະລຸຂອງລັດຖະບານຊຸດນີ້; ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ສະດວກວ່າໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ສົ່ງເສີມບັນດາການເຄື່ອນໄຫວ Startup ຢ່າງແຮງກວ່າອີກ.

 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top