• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ມອບ​ລາງວັນ​ຮອບ​ຊີງ​ຊະ​ນະ​ເລີດ ການ​ແຂ່ງ​ຂັນ “ແມ່​ຍິງ​ Startup, ຜັນ​ຂະ​ຫຍາຍ​ຊັບ​ພະ​ຍາ​ກອນ​ທ້ອງ​ຖິ່ນ” ທົ່ວ​ປະ​ເທດ

ຕອນເຊົ້າວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີມອບລາງວັນຮອບຊີງຊະນະເລີດທົ່ວປະເທດ ການແຂ່ງຂັນ “ແມ່ຍິງ Startup, ຜັນຂະຫຍາຍຊັບພະຍາກອນທ້ອງຖິ່ນ” ປີ 2023 ໂດຍສະຫະພັນແມ່ຍິງ ຫວຽດນາມ ຈັດຂຶ້ນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພີທີ

ການແຂ່ງຂັນດັ່ງກ່າວ ແມ່ນການແຂ່ງຂັນຄັ້ງທີ 5 ໂດຍສູນກາງສະຫະພັນແມ່ຍິງ ຫວຽດນາມ ຈັດຂຶ້ນໃນຂອບເຂດ ແຜນຮ່າງ “ໜູນຊ່ວຍແມ່ຍິງ Startup ໄລຍະ 2017 - 2025” ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ອະນຸມັດຜ່ານ ໃນປີ 2017 (ແຜນຮ່າງ 939). ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ພັກ, ລັດ ໄດ້ປະກາດໃຊ້ ແລະ ຜັນຂະຫຍາຍຫຼາຍແຜນນະໂຍບາຍ, ກົນໄກ, ນະໂຍບາຍໜູນຊ່ວຍ, ສົ່ງເສີມການເລີ່ມຕົ້ນ Startup, ນະວັດຕະກຳ ຢ່າງມີປະສິດທິຜົນໃນນັ້ນມີແມ່ຍິງ ໄດ້ກວມເອົາກ່ວາ 50%ປະຊາກອນ, ເກືອບ 48%ກຳລັງແຮງງານຂອງທົ່ວປະເທດ ແລະໄດ້ຮັບການເອົາໃຈໃສ່ແລະ ສ້າງເງື່ອນໄຂເປັນພິເສດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

ດ້ວຍນິດໄສດຸໝັ່ນຂະຫຍັນພຽນ, ມານະອົດທົນ, ສູ້ຊົນບືນຕົວຂຶ້ນ, ດ້ວຍຈິດໃຈອອກແຮງງານທີ່ບໍ່ຮູ້ອິດບໍ່ຮູ້ເມື່ອຍ, ຂະຫຍັນຂັນເຄື່ອນ, ມີການປ່ຽນແປງໃໝ່, ດ້ວຍກຳລັງ ແລະ ຄຸນທາດຂອງແມ່ຍິງ ຫວຽດນາມ, ຂ້າພະເຈົ້າເຊື່ອໝັ້ນວ່າຄວາມສຸດຈິດສຸດໃຈໃນການ Startup ຂອງ ແມ່ຍິງ ທີ່ມີແຜນການເລີ່ມຕົ້ນ Startup ຈະໄດ້ຮັບການແຜ່ຂະຫຍາຍໃນວົງກ້ວາງ, ປະກອບສ່ວນຫຼໍ່ລ້ຽງຄວາມເມົາມົວ, ຄາດຫວັງແຫ່ງນະວັດຕະກຳ ແລະ ການອຸທິດສ່ວນ, ການປະກອບສ່ວນຂອງແມ່ຍິງທຸກຊັ້ນຄົນ. ນັບມື້ນັບຈະມີນັກທຸລະກິດຍິງ, ສະຫະກອງທີ່ອອກຊື່ຂອງແມ່ຍິງຫຼາຍຕື່ມອີກໃນບັນຊີລາຍຊື່ບັນດາໂຄງການເລີ່ມຕົ້ນ Startupທີ່ປະສົບຜົນສຳເລັດຂອງ ຫວຽດນາມ, ຂອງພາກພື້ນ ແລະ ຂອງໂລກ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານກຸ່ມບໍລິສັດ SK, ສ.ເກົາຫຼີ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານກຸ່ມບໍລິສັດ SK, ສ.ເກົາຫຼີ

ທ່ານສະເໜີໃຫ້ SK ຮ່ວມມືກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ມີໜ້າທີ່ ແລະ ທ້ອງຖິ່ນຂອງ ຫວຽດນາມ ຜັນຂະຫຍາຍບັນດາໂຄງການໃຫ້ໄວທີ່ສຸດ, ແທດຈິງ ແລະ ມີປະສິດທິຜົນ.

Top