• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີ​ມອບ​​​ເງິນ​ຊ່ວຍ​ເຫຼືອຂອງ​ລັດຖະບານ​ຫວຽດນາມ ​ໃຫ້ ມຽນມາ ​ໃນ​ວຽກງານ​ປ້ອງ​ກັນ​ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

ຕອນເຊົ້າວັນທີ 13 ກໍລະກົດ, ທີ່ກະຊວງສາທາລະນະສຸກ ແລະ ກິລາ ມຽນມາ, ເຂດ Yangon, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ມຽນມາ ຫຼີກວັກຕ໊ວນ ໄດ້ມອບເງິນຊ່ວຍເຫຼືອ ຈໍານວນ 50.000 USD ຂອງ ລັດຖະບານຫວຽດນາມ ໃຫ້ແກ່ ມຽນມາ ເພື່ອຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. 
 
ພິທີມອບເງິນຊ່ວຍເຫຼືອຂອງລັດຖະບານຫວຽດນາມ ໃຫ້ ມຽນມາ ໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 (ພາບ: cand.com.vn)

ກ່າວຄໍາເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫຼີກວັກຕ໊ວນ ໄດ້ຍົກໃຫ້ເຫັນຄວາມໝາຍຂອງການຊ່ວຍເຫຼືອອັນຈິງໃຈຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນ ມຽນມາ, ເຊິ່ງເປັນຄູ່ຮ່ວມມືຮອບດ້ານ, ດ້ວຍໄລຍະ 45 ປີີແຫ່ງການພົວພັນອັນສະໜິດແໜ້ນ ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນ. ການຊ່ວຍເຫຼືອຂອງລັດຖະບານຫວຽດນາມໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າຍາມໃດຫວຽດນາມກໍມີຈິດໃຈຊ່ວຍເຫຼືອເພື່ອນມິດ, ໂດຍສະເພາະແມ່ນໃນໄລຍະປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ. ທ່ານສາດສະດາຈານ, ປະລິນຍາເອກ Zaw Than Htun, ຫົວໜ້າກົມຄົ້ນຄວ້າ ສາທາລະນະສຸກ, ກະຊວງສາທາລະນະສຸກ ແລະ ກິລາ ມຽນມາ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ, ອາລົມຈິດອັນລໍ້າຄ່າຂອງຫວຽດນາມທີ່ມີຕໍ່ມຽນມາ; ພ້ອມທັງໃຫ້ຮູ້ວ່າ ມຽນມາ ພວມຕິດຕາມຜົນສໍາເລັດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຫວຽດນາມ ແລະ ຖືນີ້ແມ່ນບົດຮຽນອັນແທດຈິງສໍາລັບ ມຽນມາ. ເນື່ອງໃນໂອກາດນີ້, ຜູ້ຕາງໜ້າວິສາຫະກິດຈໍານວນໜຶ່ງຂອງຫວຽດນາມ ກໍໄດ້ມອບອຸປະກອນການແພດ ແລະ ເງິນຈໍານວນໜຶ່ງໃຫ້ແກ່ກະຊວງສາທາລະນະສຸກ ແລະ ກິລາ ມຽນມາ ເຊັ່ນດຽວກັນ.  
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top