
( ພິທີໄວ້ອາໄລຢູ່ສະຖານທຸດຫວຽດນາມ ປະຈຳຈີນ)
ຄະນະຜູ້ແທນຂອງຂະແໜງການຕ່າງໆຂອງລາວ ຫຼາຍຄະນະ ກໍ່ໄດ້ໄປໄວ້ອາໄລ ແລະ ຂຽນໃສ່ປື້ມໄວ້ອາໄລທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ ເຊັ່ນດຽວກັນ.
ໃນຕອນເຊົ້າຂອງວັນດຽວກັນ, ຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ, ສະຖານທູດຫວຽດນາມ ປະຈຳລາຊະອານາຈັກກຳປູເຈຍ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ເປີດປື້ມໄວ້ອາໄລທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ. ບັນດາຄະນະຜູ້ແທນຂອງພັກ, ລັດຖະບານ ແລະ ປະຊາຊົນກຳປູເຈຍ ກໍ່ໄດ້ເຂົ້າໄວ້ອາໄລ.ເຂົ້າຮ່ວມພິທີໄວ້ອາໄລທີ່ສະຖານທູດຫວຽດນາມ ປະຈຳລາຊະອານາຈັກໄທ ມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຫງວຽນຫາຍບັ່ງ ພ້ອມດ້ວຍບັນດາພະລາກອນສະຖານທູດ, ບັນດາອົງການຜູ້ຕາງໜ້າ, ຜູ້ຕາງໜ້າຊາວຫວຽດນາມ ຢູ່ໄທ.
ທ່ານ ດອນ ປະມຸດວິໄນ ລັດຖະມົນຕີການຕ່າງປະເທດໄທ, ອຸປະທູດຊົ່ວຄາວສະຖານທູດອາເມລິກາ ປະຈຳໄທ, ພ້ອມດ້ວຍບັນດາທ່ານເອກອັກຄະລັດຖະທູດປະເທດຕ່າງໆປະຈຳໄທ ກໍ່ໄດ້ເຂົ້າໄວ້ອາໄລທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ.
ທີ່ພິທີໄວ້ອາໄລຈັດຂຶ້ນຢູ່ສະຖານທູດຫວຽດນາມ ປະຈຳຈີນ, ທ່ານອຸປະທູດຊົ່ວຄາວຟານແທງບິນ ໄດ້ອ່ານບົດສະດຸດີ ສະແດງຄວາມໂສກເສົ້າເສຍດາຍຕໍ່ທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ ພ້ອມທັງຢັ້ງຢືນບັນດາການອຸທິດສ່ວນອັນໃຫ່ຍຫຼວງຂອງທ່ານທີ່ມີຕໍ່ພາລະກິດອັນສະຫງ່າລາສີຂອງພັກ, ລັດ ແລະ ກອງທັບຫວຽດນາມ.
ແລະ ກໍ່ໃນວັນທີ 3 ພຶດສະພາ, ຢູ່ສະຖານທູດຫວຽດນາມ ປະຈຳບັນດາປະເທດ ອົດສະຕາລີ, ນິວຊີແລນ, ສິງກະໂປ, ລັດເຊຍ, ອິນເດຍ…..ກໍ່ໄດ້ຈັດພິທີໄວ້ອາໄລ ແລະ ເປີດປື້ມໄວ້ອາໄລ ທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ. ຜູ້ຕາງໜ້າທູຕານຸທູດປະຈຳອິນເດຍຄື: ເອກອັກຄະລັດຖະທູດລາວ, ກູບາ, ລັດເຊຍ, ຕວກກີ…. ແລະ ບັນດາເຈົ້າໜ້າທີ່ອິນເດຍ, ເພື່ອນມິດສາກົນກໍ່ໄດ້ເຂົ້າໄວ້ອາໄລທ່ານອະດີດປະທານປະເທດ, ພົນເອກ ເລດຶກແອັງ.
(ແຫຼ່ງຄັດຈາກ VOV)