• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄຂ World Cup 2026: 3 ສີສັນເຕັມໄປດ້ວຍພາກພື້ນ ອາເມລິກາ ເໜືອ

ພິທີໄຂຮອບຊິງຊະນະເລີດງານແຂ່ງຂັນກິລາບານເຕະໂລກ 2026 (FIFA World Cup 2026) ແມ່ນເຫດການປະຫວັດສາດທີ່ບໍ່ເຄີຍມີມາກ່ອນ ເມື່ອເປັນຄັ້ງທຳອິດງານແຂ່ງຂັນໄດ້ຈັດຂຶ້ນຢູ່ 3 ປະເທດ (ເມັກຊີໂກ, ການາດາ ແລະ ອາເມລິກາ) ແລະ 3 ພິທີເປີດສາດສະເພາະຢູ່ແຕ່ລະປະເທດເພື່ອຂ່ຳນັບຮັບຕ້ອນວັນບຸນບານເຕະໃຫຍ່ທີ່ສຸດໃນໂລກນີ້.
ພິທີໄຂ World Cup 2026. ພາບ: AP

​ພິ​ທີ​ໄຂ​ຮອບ​ຊິງ​ຊະ​ນະ​ເລີດ​ງານ​ແຂ່ງ​ຂັນ​ກິ​ລາ​ບານ​ເຕະ​ໂລກ 2026 (FIFA World Cup 2026) ແມ່ນ​ເຫດ​ການ​ປະ​ຫວັດ​ສາດ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ ເມື່​ອ​ເປັນ​ຄັ້ງ​ທຳ​ອິດ​ງານ​ແຂ່ງ​ຂັນ​ໄດ້​ຈັດ​ຂຶ້ນ​ຢູ່ 3 ປະ​ເທດ (ເມັກ​ຊີ​ໂກ, ກາ​ນາ​ດາ ແລະ ອາ​ເມ​ລ​ິ​ກາ) ແລະ 3 ພິ​ທີ​ເປີດ​ສາດ​ສະ​ເພາະ​ຢູ່​ແຕ່​ລະ​ປະ​ເທດ​ເພື່ອ​ຂ​່ຳ​ນັບ​ຮັບ​ຕ້ອນ​ວັນ​ບຸນ​ບານ​ເຕະ​ໃຫຍ່​ທີ່​ສຸດ​ໃນ​ໂລກນີ້.

ພິ​ທີ​ໄຂ FIFA World Cup 2026 ທຳ​ອິດ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ທ່ຽງ​ວັນ​ທີ 11 ມິ​ຖຸ​ນາ (ຕາມ​ເວ​ລາ​ທ້ອງ​ຖິ່ນ - ຮຸ່ງ​ເຊົ້າ​ວັນ​ທີ 12 ມິ​ຖຸ​ນາ ຕາມ​ເວ​ລາ ຮ່າ​ໂນ້ຍ), ຢູ່​ສະ​ໜາມ​ກິ​ລາ Azteca ຢູ່ ເມັກ​ຊີ​ໂກ ຊີ​ຕີ (ເມັກ​ຊີ​ໂກ). ພິ​ທີ​ໄຂ​ບໍ່​ພຽງ​ແຕ່ເປີດ​ສາກ​ໃຫ້​ການ​ແຂ່ງ​ຂັນ​ທີ່​ເຕົ້າ​ໂຮມ 46 ທິມ​ແຫ່ງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ຂີດ​ໝາຍ​ຍ້ອນ ເມັກ​ຊີ​ໂກ ໄດ້​ເລືອກ​ເອົາ​ເລື່ອງ​ລາວ​ເພື່ອ​ເລົ່າ​ເລື່ອງ​ປະ​ເທດ​ຕົນ​ຜ່ານ​ສຽງ​ດົນ​ຕີ, ສິ​ລະ​ປະ ແລະ ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ.

ຕໍ່​ຈາກ​ພິ​ທີ​ໄຂ​ຢູ່ ເມັກ​ຊີ​ໂກ ຊີ​ຕີ, ວັນ​ທີ 13 ມິ​ຖຸ​ນາ, ກາ​ນາ​ດາ ໄດ້​ຈັດ​ພິ​ທີ​ໄຂ​ຕໍ່​ໄປ ຢູ່​ສະ​ໜາມ​ກິ​ລາ BMO Field, Toronto. ຈຸດ​ພົ້ນ​ເດັນ​ຂອງ​ພິ​ທີ​ໄຂ​ລວມ​ມີ​ຮູບ​ຈຳ​ລອງ​ຂັນ​ຄຳໂລກ, ຕາງ​ໜ້າ​ໃຫ້​ຄວາມ​ປອງ​ດອງ​ຂອງ​ປະ​ຊາ​ຄົມ​ເຂົ້າ​ເມືອງ ສ້າງ​ເປັນ​ປະ​ເທດ ກາ​ນາ​ດາ ທັນ​ສະ​ໄໝ.

ສຸດ​ທ້າຍ​ແມ່​ນ​ພິ​ທີ​ໄຂ​ຢູ່ ອາ​ເມ​ລິ​ກາ, ໄດ້​ຈັດ​ຢູ່​ສະ​ໜາມ​ກິ​ລາ SoFi ຢູ່ Los Angeles (ລັດ California). ພິ​ທີ​ໄຂ​ຢູ່ ອາ​ເມ​ລິ​ກາ ໄດ້​ອອກ​ແບບ​ຕາມ​ຫົວ​ຂໍ້: ງານ​ສະ​ແດງ​ດົນ​ຕີ ແລະ ແສງ​ສີ​ແບບ Hollywood.

World Cup 2026 ແຕ່​ຍາວ​ເປັນ​ເວ​ລາກວ່າ 1 ເດືອນ ກ່ອນ​ທີ່​ຈະ​ອັດ​ລົງ​ດ້ວ​ຍ​ການ​ແຂ່ງ​ຂັນ​ຮອບ​ຊິງ​ຊະ​ນະ​ເລີດ​ຢູ່ New York - New Jersey, ໃນ​ວັນ​ທີ 19 ມິ​ຖຸ​ນາ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top