• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄຂງານບຸນເປີດກາປະທັບ ແລະ ພິທີແຈກຢ່າຍທັນຍາຫານພະອໍລະຫັນ ດຶກແທັງເຈິ່ນ

ພິທີແຈກຢ່າຍທັນຍາຫານໄດ້ກາຍເປັນຈຸດຄວາມງາມທີ່ເປັນມູນເຊື້ອ, ເຊີດຊູບັນດານັກວິລະຊົນມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ
ແຈກຢ່າຍທັນຍາຫານພະອໍລະຫັນ ດຶກແທັງເຈິ່ນ (ພາບເອກະສານ: TTXVN)

ຕອນຄ່ຳວັນທີ 11 ກຸມພາ, ຢູ່ແຂວງ ຮ່ານາມ ໄດ້ຈັດພິທີແຈກຢ່າຍທັນຍາຫານພະອໍລະຫັນ ດຶກແທັງເຈິ່ນ ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດວິຫານ ເຈິ່ນເທືອງ, ຕາແສງ ເຈິ່ນຮືງດ້າວ, ເມືອງ ລີເຍີນ. ພິທີແຈກຢ່າຍທັນຍາຫານໄດ້ກາຍເປັນຈຸດຄວາມງາມທີ່ເປັນມູນເຊື້ອ, ເຊີດຊູບັນດານັກວິລະຊົນມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພ້ອມກັນນັ້ນ, ແຜ່ຂະຫຍາຍຄຸນຄ່າປະຫວັດສາດຂອງຊາດ; ຕັດເຕືອນໃຫ້ລຸນຄົນຕໍ່ໄປຈົ່ງເຄົາລົບອະດີດຕະການ, ສະແດງຄວາມເຄົາລົບນັບຖືຕໍ່ບັນພະບຸລຸດ. ພິທີແຈກຢ່າຍທັນຍາຫານພະອໍລະຫັນ ດຶກແທັງເຈິ່ນ, ຢູ່ວິຫານ ເຈິ່ນເທືອງ ໄດ້ເລີ່ມຈັດຂຶ້ນແຕ່ເວລາ 23 ໂມງຂອງວັນທີ 11 ກຸມພາ ຫາເວລາ 17 ໂມງວັນທີ 12 ກຸມພາ.

ແລະກໍ່ໃນຕອນຄ່ຳວັນດຽວກັນ, ພິທີເປີດກາປະທັບວິຫານ ເຈິ່ນ, ລະດູບານໃໝ່ປິມະເສັງ 2025 ໄດ້ຈັດຂຶ້ນຢູ່ເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ ວິຫານ ເຈິ່ນ - ວັດ ທາບ, ບ້ານ ໂລກເວື້ອງ, ນະຄອນ ນາມດິ້ງ, ແຂວງ ນາມດິ້ງ. ນີ້ແມ່ນ ປະເພນີມາແຕ່ດົນນານຢູ່ ຫໍບູຊາ ຕຽນ ສະໄໝລາດຊະວົງ ເຈິ່ນ, ດ້ວຍຄວາມໝາຍວັດທະນະທຳມະນຸດຢ່າງໃຫຍ່ຫຼວງ, ຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ. ປະເພນີດັ່ງກ່າວ ບໍ່ພຽງແຕ່ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າຂອງມໍລະດົກວັດທະນະທຳເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຫຼັກສິນນຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດ ຫວຽດນາມ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top