• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີເປີດຕົວ ແລະ ມອບໜ້າທີ່ໃຫ້ແກ່ໂຮງໝໍກາງສະໜາມ ລະດັບ 2 ເລກ 3 ເຂົ້າຮ່ວມການຮັກສາສັນຕິພາບຢູ່ ຊູດັງໃຕ້

      ໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ແມ່ນສັງກັດ ໂຮງໝໍສູນກາງກອງທັບ 175, ເພື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂໍ້ຕົກລົງ
ສ້າງໂຮງໝໍກາງສະໜາມລະດັບ
2 ເລກ 3 (ພາບ: qdnd.vn)
      ຕອນເຊົ້າວັນທີ 04 ມີນາ, ຢູ່ໂຮງໝໍສູນກາງກອງທັບ 175 (ນະຄອນໂຮ່ຈີມິນ), ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ໄດ້ມອບຂໍ້ຕົກລົງສ້າງໂຮງໝໍກາງສະໜາມລະດັບ 2 ເລກ 3 ຂອງກະຊວງປ້ອງກັນປະເທດ ພ້ອມທັງມອບໜ້າທີ່ໃຫ້ແກ່ໂຮງໝໍດັ່ງກ່າວ ໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້.
        ຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດແລ້ວ, ໂຮງໝໍກາງສະໜາມ ລະດັບ 2 ເລກ 3 ແມ່ນສັງກັດ ໂຮງໝໍສູນກາງກອງທັບ 175, ເພື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.
        ກ່າວຄໍາເຫັນທີ່ພິທີ,  ທ່ານນາງ Axelle Nicaise, ຮອງເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ຫວຽດນາມ ໄດ້ຕີລາຄາສູງບັນດາໝາກຜົນຕັ້ງໜ້າ ເຊິ່ງກໍາລັງຮັກສາສັນຕິພາບ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ; ພ້ອມທັງຢັ້ງຢືນວ່າ ອີຢູ ຍາມໃດກໍພ້ອມແລ້ວທີ່ຈະສະໜັບສະໜູນ, ໜູນຊ່ວຍຫວຽດນາມໃນບັນດາການເຄື່ອນໄຫວຮັກສາສັນຕິພາບ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top