• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີອອກເຄື່ອນພົນບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນ 2022

ບັ້ນຊາວໜຸ່ມ ອາສາສະໝັກລະດູຮ້ອນປີ 2022 ໂດຍສູນກາງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ. ບັ້ນເຄື່ອນໄຫວຊາວໜຸ່ມອາໄສສະໝັກລະດູຮ້ອນປີ 2022 ໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຢູ່ເມືອງທຸກຍາກ, ເຂດທະເລໝູ່ເກາະ ແລະ 33 ໝູ່ບ້ານຊາວໜຸ່ມກໍ່ຮ່າງສ້າງຕົວ ໂດຍສູນກາງຄະນະ ຊາວໜຸ່ມລົງທຶນກໍ່ສ້າງແຕ່ປີ 2001 – 2020.

ບັ້ນຊາວໜຸ່ມ ອາສາສະໝັກລະດູຮ້ອນປີ 2022 ໂດຍສູນກາງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ. ບັ້ນເຄື່ອນໄຫວຊາວໜຸ່ມອາໄສສະໝັກລະດູຮ້ອນປີ 2022 ໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຢູ່ເມືອງທຸກຍາກ, ເຂດທະເລໝູ່ເກາະ ແລະ  33 ໝູ່ບ້ານຊາວໜຸ່ມກໍ່ຮ່າງສ້າງຕົວ ໂດຍສູນກາງຄະນະ ຊາວໜຸ່ມລົງທຶນກໍ່ສ້າງແຕ່ປີ 2001 – 2020.

   

ພິທີອອກເຄື່ອນພົນບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນປີ 2022 

ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ເມືອງ ບ໊າເທຶອກ, ແຂວງ ແທັງຮວ໊າ,  ໄດ້ດໍາເນີນພິທີອອກເຄື່ອນພົນບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນປີ 2022 ໂດຍສູນກາງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ. ບັ້ນຊາວໜຸ່ມ ອາສາສະໝັກລະດູຮ້ອນປີ 2022 ໂດຍສູນກາງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ. ບັ້ນເຄື່ອນໄຫວຊາວໜຸ່ມອາໄສສະໝັກລະດູຮ້ອນປີ 2022 ໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຢູ່ເມືອງທຸກຍາກ, ເຂດທະເລໝູ່ເກາະ ແລະ  33 ໝູ່ບ້ານຊາວໜຸ່ມກໍ່ຮ່າງສ້າງຕົວ ໂດຍສູນກາງຄະນະ ຊາວໜຸ່ມລົງທຶນກໍ່ສ້າງແຕ່ປີ 2001 – 2020. ບັ້ນເຄື່ອນໄຫວດັ່ງກ່າວ ຖືກດໍາເນີນແຕ່ວັນທີ 01 ມິຖຸນາ ຫາວັນທີ 31 ສິງຫາ ດ້ວຍທິດນໍາທີ່ວ່າ ທົ່ວເຖິງ - ປອດໄພ - ມີປະສິດທິຜົນ - ຍືນຍົງ ຕິດພັນກັບໜ້າທີ່ດ້ານການເມືອງ, ຄວາມຕ້ອງການຕົວຈິງຂອງແຕ່ລະທ້ອງຖິ່ນ, ຫົວໜ່ວຍ.

     ກ່າວຄໍາເຫັນທີ່ພິທີອອກເຄື່ອນພົນ, ທ່ານຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ສະເໜີໃຫ້ອົງການຈັດຕັ້ງຊາວໜຸ່ມ ຄວນສືບຕໍ່ກໍານົດ ບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນແມ່ນ ບັ້ນເຄື່ອນໄຫວການເມືອງທີ່ສໍາຄັນ, ຜ່ານບັ້ນເຄື່ອນໄຫວນີ້ ຕ້ອງສຶກສາອຸດົມການ ປະຕິວັດ, ວິຖີຊີວິດວັດທະນະທໍາໃຫ້ແກ່ສະມາຊິກຊາວໜຸ່ມ, ໄວໜຸ່ມ, ປຸກລຸກນໍ້າໃຈອາສາສະໝັກ, ພ້ອມແລ້ວທີ່ຈະອຸທິດສ່ວນ, ຍອມເສຍສະຫຼະ ຜົນປະໂຫຍດສ່ວນຕົວເພື່ອຜົນປະໂຫຍດສ່ວນລວມ, ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງການເຊື່ອມຕໍ່ເສດຖະກິດ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງການເຊື່ອມຕໍ່ເສດຖະກິດ

ຕອນເຊົ້າວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn ເປັນປະທານຮ່ວມກອງປະຊຸມຄັ້ງທີ 20 ຂອງຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ...

Top