ຂ່າວສານ

ພິທີອອກເຄື່ອນພົນບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນ 2022

ບັ້ນຊາວໜຸ່ມ ອາສາສະໝັກລະດູຮ້ອນປີ 2022 ໂດຍສູນກາງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ. ບັ້ນເຄື່ອນໄຫວຊາວໜຸ່ມອາໄສສະໝັກລະດູຮ້ອນປີ 2022 ໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຢູ່ເມືອງທຸກຍາກ, ເຂດທະເລໝູ່ເກາະ ແລະ 33 ໝູ່ບ້ານຊາວໜຸ່ມກໍ່ຮ່າງສ້າງຕົວ ໂດຍສູນກາງຄະນະ ຊາວໜຸ່ມລົງທຶນກໍ່ສ້າງແຕ່ປີ 2001 – 2020.

ພິທີອອກເຄື່ອນພົນບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນປີ 2022 

ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ເມືອງ ບ໊າເທຶອກ, ແຂວງ ແທັງຮວ໊າ,  ໄດ້ດໍາເນີນພິທີອອກເຄື່ອນພົນບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນປີ 2022 ໂດຍສູນກາງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ. ບັ້ນຊາວໜຸ່ມ ອາສາສະໝັກລະດູຮ້ອນປີ 2022 ໂດຍສູນກາງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ. ບັ້ນເຄື່ອນໄຫວຊາວໜຸ່ມອາໄສສະໝັກລະດູຮ້ອນປີ 2022 ໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຢູ່ເມືອງທຸກຍາກ, ເຂດທະເລໝູ່ເກາະ ແລະ  33 ໝູ່ບ້ານຊາວໜຸ່ມກໍ່ຮ່າງສ້າງຕົວ ໂດຍສູນກາງຄະນະ ຊາວໜຸ່ມລົງທຶນກໍ່ສ້າງແຕ່ປີ 2001 – 2020. ບັ້ນເຄື່ອນໄຫວດັ່ງກ່າວ ຖືກດໍາເນີນແຕ່ວັນທີ 01 ມິຖຸນາ ຫາວັນທີ 31 ສິງຫາ ດ້ວຍທິດນໍາທີ່ວ່າ ທົ່ວເຖິງ - ປອດໄພ - ມີປະສິດທິຜົນ - ຍືນຍົງ ຕິດພັນກັບໜ້າທີ່ດ້ານການເມືອງ, ຄວາມຕ້ອງການຕົວຈິງຂອງແຕ່ລະທ້ອງຖິ່ນ, ຫົວໜ່ວຍ.

     ກ່າວຄໍາເຫັນທີ່ພິທີອອກເຄື່ອນພົນ, ທ່ານຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ສະເໜີໃຫ້ອົງການຈັດຕັ້ງຊາວໜຸ່ມ ຄວນສືບຕໍ່ກໍານົດ ບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນແມ່ນ ບັ້ນເຄື່ອນໄຫວການເມືອງທີ່ສໍາຄັນ, ຜ່ານບັ້ນເຄື່ອນໄຫວນີ້ ຕ້ອງສຶກສາອຸດົມການ ປະຕິວັດ, ວິຖີຊີວິດວັດທະນະທໍາໃຫ້ແກ່ສະມາຊິກຊາວໜຸ່ມ, ໄວໜຸ່ມ, ປຸກລຸກນໍ້າໃຈອາສາສະໝັກ, ພ້ອມແລ້ວທີ່ຈະອຸທິດສ່ວນ, ຍອມເສຍສະຫຼະ ຜົນປະໂຫຍດສ່ວນຕົວເພື່ອຜົນປະໂຫຍດສ່ວນລວມ, ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

top