• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດທ່ານອະດີດເລຂາທິການໃຫຍ່ເລຢວນ


(ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 110 ປີ​ແຫ່ງວັນ​ຄ້າຍ​ວັ​ນ​ເກີດ​ທ່ານ​ອະ​ດີ​ດ​ເລ​ຂາ​ທິ​ການ​ໃຫຍ່​ເລ​ຢວນ​)
 ​      ຕອນ​ເຊົ້າ​ວັນ​ທີ 07/04, ຢູ່​ນະ​ຄອນ​ດົງ​ຮ່າ, ຄະ​ນະ​ພັກ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແຂວງກວາງ​ຈີ້ ໄດ້​ຈັດ​ພິ​ທີ​ສະ​ເຫຼີມສະ​ຫຼອງ 110 ປີ​ແຫ່ງວັນ​ຄ້າຍ​ວັ​ນ​ເກີດ​ທ່ານ​ອະ​ດີ​ດ​ເລ​ຂາ​ທິ​ການ​ໃຫຍ່​ເລ​ຢວນ (07/04/1907 – 07/04/2017). ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ​ມີ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ; ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ; ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ດິງ​ເທີ໋​ຮີນ; ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈ​ືອງ​ຮ່ວາ​ບິ່ງ ພ​້ອມ​ກັບ​ບັນ​ດາ​ອະ​ດີດ​ການ​ນຳ​ພັກ, ລັດ; ຍາດ​ຕິ​ພີ່​ນ້ອງ​ຄອບ​ຄົວທ່ານ​ອະ​ດີ​ດ​ເລ​ຂາ​ທິ​ການ​ໃຫຍ່​ເລ​ຢວນ. ​ກ່າ​ວ​ສູນ​ທອນ​ພົດ​ສະ​ເຫຼີມ​ສະ​ຫຼອງ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ແຂວງກວາງ​ຈີ້ ຫງວຽນ​ແມ້ງ​ຮຸ່ງ ເນັ້ນ​ໜັກ​ວ່າ: ທ່ານ​ອະ​ດີ​ດ​ເລ​ຂາ​ທິ​ການ​ໃຫຍ່ ​ເລ​ຢວນ ແມ່ນ​ລູກ​ສິດ​ດີ​ເລີດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ, ແມ່ນ​ການ​ນຳ​ດ​ີ​ເດັ່ນ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ.
        “ກ​ວ່າເຄິ່ງ​ສະ​ຕະ​ວັດ​ທີ່​ໄດ້​ເຄື່ອນ​ໄຫວ​ຢ່າງ​ລຽນ​ຕິດ​, ບໍ່​ຮູ​້​ອິດບໍ່​ຮູ້​ເມື່ອຍ​ເພື່ອ​ພາ​ລະ​ກິດ​ປະ​ຕິ​ວັດ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ພັກ ແລະ ຂອງ​ຊາດ​ຫວຽດ​ນາມ, ທ່ານອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ ໄດ້​ປະ​ໄວ້​ໃຫ້​ພວກ​ເຮົາ​ມູນ​ມໍ​ລ​ະ​ດົກ​ອັນ​ລ້ຳ​ຄ່າ, ເປັນ​ແບບ​ຢ່າງ​ຂອງ​ນັກ​ຮົບ​ກອມ​ມູ​ນິດ. ນັ້ນ​ແມ່ນ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ກັບ​ປະ​ເທດ​ຊາດ, ກັບ​ປະ​ຊາ​ຊົນ, ຮັບ​ໃ​ຊ້​ປະ​ເທດ​ຊາດ​ຕະ​ຫຼອດ​ຊີ​ວິດ, ຮັບ​ໃຊ້​ປະ​ຊາ​ຊົນ, ແມ່ນ​ເຈດ​ຈຳ​ນົງ​ການ​ປະ​ຕິ​ວັດ​ຢ່າງ​​ເຖິງ​ຖອງ, ກ້າວ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ​ອຸ​ດົມ​ການກອມ​ມູ​ນິດ. ນັ້ນ​ແມ່ນຍອດ​ສູງ​ແຫ່ງ​ພູມ​ປັນ​ຍາ, ຄວາມ​ເກ​ັ່ງ​ກ້າ​ສາ​ມາດ​ໃນ​ການ​ຈັດ​ຕັ້ງ, ວິ​ທີ​ການ​ປະ​ຕິ​ວັດ​​ຢ່າງ​ມີວິ​ທະ​ຍາ​ສາດ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມັກ​ຮ່ຳ​ມັກ​ຮຽນ, ເຈືອ​ຈານ, ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ, ເພື່ອນ​ມິດສະ​ຫາຍ…”
        ​ກ່ອນ​ໜ້ານັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ໄດ້​ພ້ອມ​ກັບ​ຄະ​ນະ​ການ​ນຳ​ພັກ, ລັດ, ຄະ​ນະ​ພັກ, ສະ​ພາ​ປະ​ຊາ​ຊົນ…. ໄດ້​ໄປ​ຖະ​ຫວາຍດອກ​ໄມ້​​ທູບ​ທຽນ​ບູ​ຊາຢູ່​ອະ​ນຸ​ສາ​ວະ​ລີທ່ານ​ອະ​ດີ​ດ​ເລ​ຂາ​ທິ​ການ​ໃຫຍ່​ເລ​ຢວນ ຢູ່​ໃຈ​ກາງ​ນະ​ຄອນ​ດົງ​ຮ່າ.
(ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top