• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງລະດັບຊາດວັນຄ້າຍວັນເກີດທ່ານຫົວໜ້າຄະນະປະຈໍາສະພາແຫ່ງຊາດ ຫງວຽນວັນໂຕ໊ ຄົບຮອບ 130 ປີ

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດຫວຽດນາມ, ປະທານປະເທດ, ລັດຖະບານ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ນະຄອນຮ່າໂນ້ຍ ໄດ້ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງລະດັບຊາດວັນຄ້າຍວັນເກີດທ່ານຫົວໜ້າຄະນະປະຈໍາສະພາແຫ່ງຊາດຫວຽດນາມ ຫງວຽນວັນໂຕ໊.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ    ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ (ພາບ:quochoi.vn)

ຕອນເຊົ້າວັນທີ 02 ມິຖຸນາ, ຢູ່່ຮ່າໂນ້ຍ, ຄະນະບໍລິຫານງານສູງກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດຫວຽດນາມ, ປະທານປະເທດ, ລັດຖະບານ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ນະຄອນຮ່າໂນ້ຍ ໄດ້ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງລະດັບຊາດວັນຄ້າຍວັນເກີດທ່ານຫົວໜ້າຄະນະປະຈໍາສະພາແຫ່ງຊາດຫວຽດນາມ ຫງວຽນວັນໂຕ໊ (5/6/1889 – 5/6/2019). ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ທ່ານ ເຈິ່ນກວ໊ກເວື້ອງ ຜູ້ປະຈໍາການຄຄະນະເລຂາສູນກາງພັກ ພ້ອມດ້ວຍອະດີີດການນໍາພັກ, ລັດ, ສະພາແຫ່ງຊາດຫວຽດນາມ.

        ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        “ໜຶ່ງໃນບັນດາການອຸທິດສ່ວນອັນໃຫຍ່ຫຼວງຂອງທ່ານ ຫງວຽນວັນໂຕ໊ ໃນຖານະເປັນຫົວໜ້າຄະນະປະຈໍາສະພາແຫ່ງຊາດຫວຽດນາມ ແມ່ນ ບໍລິຫານສະພາແຫ່ງຊາດ, ປະກອບຄໍາເຫັນ, ສ້າງ ແລະ ຮັບຮອງເອົາລັດຖະທໍາມະນູນສະບັບທໍາອິດຂອງປະເທດຫວຽດນາມ, ນັ້ນແມ່ນ ລັດຖະທໍາມະນູນທີ່ໄດ້ປະກາດໃຊ້ເມື່ອ ປີ 1946. ດ້ວຍບັນດາເນື້ອໃນແນວຄິດອັນກ້າວໜ້າ, ມີຄຸນຄ່່າແບບຍືນຍົງ ແລະ ເລິກເຊິ່ງຈົນເຖິງທຸກວັນນີ້, ລັດຖະທໍາມະນູດສະບັບດັ່ງກ່າວ ໄດ້ຢັ້ງຢືນພື້ນຖານເອກະລາດ, ເສລີພາບຂອງຊາດ, ຄວາມຜາສຸກຂອງປະຊາຊົນຫວຽດນາມ; ຢັ້ງຢືນສິດເປັນເຈົ້າຂອງປະເທດ, ຂອງພົນລະເມືອງທຸກຄົນ, ສິດ ແລະ ພັນທະສ້າງສາປະເທດຊາດ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ”.

 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top