ຂ່າວສານ
ພິທີວາງພວງມາລາໄຫວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 731 ອັດຖິທີ່ຄົ້ນຫາ, ທ້ອນໂຮມໄດ້ຢູ່ສວນສາທາະລະນະ ເລທິຣຽງ
ພິທີວາງພວງມາລາໄຫວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 731 ອັດຖິແມ່ນເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງພັກ, ລັດ, ກອງທັບ ແລະ ປະຊາຊົນທີ່ມີຕໍ່ບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.
ທີ່ພິທີໄຫວ້ອາໄລ, ຄະນະຜູ້ແທນການນຳພັກ, ລັດ, ຄະນະຊີ້ນຳ 515 ແຫ່ງຊາດ ນຳໂດຍ ທ່ານ ເລມິງຮືງ ນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ ໄດ້ວາງພວງມາລາ ຖະຫວາຍທູບທຽນ.
ເມື່ອອ່ານບົດກ່າວໄວ້ອາໄລ, ທ່ານ ຫງວຽນແມ້ງເກື່ອງ, ຮອງປະທານ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ, ຫົວໜ້າຄະນະຊີ້ນຳກ່ຽວກັບການຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ນະຄອນ ໂຮ່ຈີມິນ ໄດ້ສະແດງຄວາມຮູ້ບຸນຄຸນ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ:
“ຕາມຄຳຮຽກເອີ້ນຂອງພັກ, ຂອງປະເທດຊາດ, ພວກອ້າຍເອື້ອຍ ໄດ້ພ້ອມກັບຊາວໜຸ່ມນັບລ້ານຄົນ ເຂົ້າຮ່ວມສົງຄາມທີ່ດຸເດືອດ, “ຍອມສະຫຼະຊີວິດເພື່ອປະເທດຊາດຕ້ອງຢູ່ລອດ”, ພ້ອມກັບທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ດຳເນີນການສູ້ຮົບຢ່າງຍາວນານ ຈຶ່ງບັນລຸໄດ້ໄຊຊະນະສຸດທ້າຍ. ການເສຍສະຫຼະຊີວິດຂອງພວກອ້າຍ, ເອື້ອຍ ແມ່ນລຳ້ຄ່າທີ່ສຸດ, ຜົນງານຂອງພວກອ້າຍ, ເອື້ອຍແມ່ນໃຫຍ່ຫຼວງທີ່ສຸດ.ໄຊຊະນະອັນຍິ່ງໃຫຍ່ມາຈາກການເສຍສະຫຼະອັນຍິ່ງໃຫຍ່”.
ທີ່ພິທີໄຫວ້ອາໄລ, ບັນດາຜູ້ແທນໄດ້ກົ້ມຫົວໜຶ່ງນາທີຕໍ່ດວງວິນຍານບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ.
ພາຍຫຼັງພິທີໄຫວ້ອາໄລ, 731 ອັດຖິໄດ້ນຳໄປຝັງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ນະຄອນ ໂຮ່ຈີມິນ. ປະຊາຊົນນັບພັນໆຄົນໄດ້ຢືນຢູ່ລຽບຕາມຖະໜົນທີ່ຂະບວນລົດໄປຜ່ານ, ມືຈັບດອກໄມ້ສີຂາວ ເພື່ອສົ່ງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ.
ກ່ອນຈັດພິທີໄຫວ້ອາໄລ, ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 731 ອັດຖິ, ເວລາ 5 ໂມງເຊົ້າວັນດຽວກັນ, ສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ປະຕິບັດພິທີສວດມົນພາວະນາຢູ່ ສວນສາທາລະນະ ເລທິຣຽງ. ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 13 ຕຸລາ, ຢູ່ສວນສາທາລະນະ ວັດທະນະທຳ ເລທິຣຽງ ໄດ້ຈັດລາຍການສິລະປະພິເສດທີ່ມີຊື່ວ່າ “ບົດເພງຕອບບຸນແທນຄຸນ”. ຜ່ານລາຍການນີ້ ກໍ່ໄດ້ຕັກເຕືອນໃຫ້ທຸກຄົນທີ່ພວມດຳລົງຊີວິດໃນສັນຕິພາບ ຈົ່ງສືບຕໍ່ປະກອບສ່ວນສ້າງສາ, ປົກປັກຮັກສາປະເທດຊາດ.






