• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີປິດງານພົບປະແລກປ່ຽນຊາວໜຸ່ມມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ປີ 2021

      ໃນໄລຍະເວລາສອງວັນ ແຕ່ວັນທີ 22 – 23 ຕຸລາ, ຜູ້ແທນ 65 ທ່ານ ເຊິ່ງເປັນຊາວໜຸ່ມ, ນັກສຶກສາຜູ້ດີເດັ່ນຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ພ້ອມກັນແບ່ງປັນປະສົບການຕົວຈິງ, ແລກປ່ຽນ, ປຶກສາຫາລືກ່ຽວກັບ 3 ຫົວຂໍ້: ໄວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີ; ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ 
ພິທີປິດຖືກຈັດຂຶ້ນແບບທາງໄກ
      ຕອນເຊົ້າວັນທີ 24 ຕຸລາ, ພິທີປິດງານພົບປະແລກປ່ຽນຊາວໜຸ່ມມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ຖືກຈັດຂຶ້ນຕາມຮູບການທາງໄກ. ເຂົ້າຮ່ວມພິທີປິດຢູ່ສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ ມີ ທ່ານນາງ ຈິ້ງທິມາຍເຟືອງ, ຮອງປະທານສະຫະພັນຊາວໜຸ່ມ ຫວຽດນາມ, ທ່ານ ວັນນະໄຊ ເທບທິລາດ ເລຂາເອກ, ຫົວໜ້າຫ້ອງການພັກ, ສະຖານທູດ ລາວ ປະຈຳ ຫວຽດນາມ, ທ່ານ  Mor Socheath, ເລຂາທີສອງ, ສະຖານທູດ ກໍາປູເຈຍ ປະຈຳ ຫວຽດນາມ.
ທ່ານ ວັນນະໄຊ ເທບທິລາດ ເລຂາເອກ, ຫົວໜ້າຫ້ອງການພັກ, ສະຖານທູດ ລາວ ປະຈຳ ຫວຽດນາມ
      ໃນໄລຍະເວລາສອງວັນ ແຕ່ວັນທີ 22 – 23 ຕຸລາ, ຜູ້ແທນ 65 ທ່ານ ເຊິ່ງເປັນຊາວໜຸ່ມ, ນັກສຶກສາຜູ້ດີເດັ່ນຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ພ້ອມກັນແບ່ງປັນປະສົບການຕົວຈິງ, ແລກປ່ຽນ, ປຶກສາຫາລືກ່ຽວກັບ 3 ຫົວຂໍ້: ໄວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີ; ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ປະຈັນບານ, ອາສາສະໝັກເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19, ເພື່ອການຊ່ວຍໜູນສັງຄົມ; ຍົກສູງກຳລັງຄວາມສາມາດນຳໃຊ້ເຕັກໂນໂລຢີດີຈີຕອນໃຫ້ແກ່ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ. ຢູ່ທີ່ນີ້, ຊາວໜຸ່ມ ສາມປະເທດໄດ້ຍົກອອກຫຼາຍມາດຕະການ, ແນວຄວາມຄິດປະດິດຄິດສ້າງເພື່ອແນໃສ່ເພີ່ມທະວີການເຄື່ອນໄຫວເຊື່ອມຕໍ່, ພົບປະແລກປ່ຽນ, ຍົກສູງສະຕິຄວາມຮັບຮູ້ຂອງຊາວໜຸ່ມກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນ ແລະ ຍູ້ແຮງການໝູນໃຊ້ເຕັກໂນໂລຢີເຂົ້າໃນການພັດທະນາກະສິກຳ. ນອກຈາກນັ້ນ, ບັນດາຜູ້ແທນຍັງໄດ້ຢ້ຽມຊົມ 3 ຮູບແບບຊາວໜຸ່ມ startup ປະດິດຄິດສ້າງຂອງ ຫວຽດນາມ ຜ່ານທາງອອນລາຍອີກດ້ວຍ.
ທ່ານນາງ ຈິ້ງທິມາຍເຟືອງ, ຮອງປະທານ ສະຫະພັນຊາວໜຸ່ມ ຫວຽດນາມກ່າວຄຳເຫັນປິດລາຍການ
      ກ່າວຄຳເຫັນປິດລາຍການ, ທ່ານນາງ ຈິ້ງທິມາຍເຟືອງ, ຮອງປະທານ ສະຫະພັນຊາວໜຸ່ມ ຫວຽດນາມ ຕີລາຄາສູງຕໍ່ຂໍ້ສະເໜີ, ແນວຄວາມຄິດທີ່ໃໝ່ອ່ຽມ, ວິທີເຮັດປະດິດຄິດສ້າງ, ມີປະສິດທິຜົນຂອງຊາວໜຸ່ມສາມປະເທດ ແລະ ຖືວ່າ ສາມາດນຳໄປຜັນຂະຫຍາຍໃນຕົວຈິງໂດຍອີງໃສ່ເງື່ອນໄຂຂອງແຕ່ລະປະເທດ. ທ່ານນາງຖືວ່າ, ຄຳຄິດເຫັນເຫຼົ່ານັ້ນເປັນການເຈາະຈີ້ມທີ່ມີຄວາມໝາຍເພື່ອໃຫ້ສູນກາງຊາວໜຸ່ມສາມປະເທດພິຈາລະນາ, ເພີ່ມເຕີມເຂົ້າໃນລາຍການຮ່ວມມືຂອງຊາວໜຸ່ມສາມປະເທດໃນໄລຍະຈະມາເຖິງ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບລະຫວ່າງສາມປະເທດ./.
(ແຫຼ່ງຄັດຈາກ VOV)


ບິ່ງເຟືອກ ແມ່ນສິ່ງພິເສດໃຫ້ແກ່ເຈດຈຳນົງ, ຄວາມມຸ່ງຫວັງໃນ ການພັດທະນາຢ່າງບໍ່ຢຸດຢັ້ງ

ບິ່ງເຟືອກ ແມ່ນສິ່ງພິເສດໃຫ້ແກ່ເຈດຈຳນົງ, ຄວາມມຸ່ງຫວັງໃນ ການພັດທະນາຢ່າງບໍ່ຢຸດຢັ້ງ

ທ່ານປະທານປະເທດ ສະເໜີ ບິ່ງເຟືອກ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອົງອາດກ້າຫານຢ່າງແຮງ, ພ້ອມກັບທົ່ວປະເທດ ກ້າວເຂົ້າສູ່ສັງກາດໃໝ່.

Top