• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີປະກາດລາຍການ FM ກ່ຽວກັບພາສາຊົນເຜົ່າແຫ່ງຊາດ


ພິ​ທີ​ປະ​ກາດ​ລາຍ​ການ FM ກ່ຽວ​ກັບ​ພາ​ສາ​ຊົນ​ເຜົ່າແຫ່ງ​ຊາດ

      ວັນ​ທີ 24/2, ຢູ່​ເມືອງກວານ​ບະ, ແຂວງ​ຮ່າ​ຢາງ, ວິ​ທະ​ຍຸ​ກະ​ສຽງ​ຫວຽດ​ນາມ​ສົມ​ທົບ​ກັບ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຂວງ​ຮ່າ​ຢາງຈັດ​ພິ​ທີ​ປະ​ກາດ​ລາຍ​ການ FM ກ່ຽວ​ກັບ​ພາ​ສາ​ຊົນ​ເຜົ່າແຫ່ງ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ແຂວງ​ຮ່າ​ຢາງ ຈ້ຽວ​ຕາຍ​ວິງ ຢືນ​ຢັນ​ວ່າ ເລື່ອງ VOV ເປີດ​ນຳ​ໃຊ້​ສະ​ຖາ​ນີ​ເຄື່ອງ​ສົ່ງ FM ກ່ຽວ​ກັບ​ພາ​ສາ​ຊົນ​ເຜົ່າດັ່ງ​ກ່າວ ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ລັດ, ຂອງ​ແຂວງ​ຮ່າ​ຢາງ​ໄປ​ຍັງ​ພໍ່​ແມ່​ບັນ​ດາ​ເຜົ່າ.
    ແລະ ກໍ​ຕ​າມ​ທ່ານຜູ້​ອຳ​ນວຍ​ການ​ໃຫຍ່ VOV ຫງວຽ​ນ​ເທກີ້​ແລ້ວ, ພັກ ແລະ​ລັດ​ຍາມ​ໃດ​ກໍ​ກຳ​ນົດ​ວຽກ​ງານ​ຊົນ​ເຜົ່າ​ແມ່ນ​ບັນ​ຫາ​ຍຸດ​ທະ​ສາດ, ພື້ນ​ຖານ, ຍາວ​ນານ. VOV ໄດ້​ສະ​ຫງວນທີ່​ຕັ້ງ​ພິ​ເສດ​ເພື່ອ​ລົງ​ທຶນ​ໃຫ້​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​ພາ​ສາ​ຊົນ​ເຜົ່າ.
 (ແຫຼ່ງຄັດຈາກ VOV)

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ເພື່ອ​ແນ​ໃສ​່​ສ້າງ​ໂຄງ​ປະ​ກອບ​ຂອງ​ໜ່ວຍ​ງານ​ເຄື່ອນ​ໄຫວ​ເຮືອ​ຫາ​ປາ, ຕິດ​ພັນ​ກັບ​ການ​ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ຕາມ​ທິດ​ຍືນ​ຍົງ, ແຂວງ ຢາ​ລາຍ ໄດ້​ສະ​ຫງວນ​ງົບ​ປະ​ມານກວ່າ 212 ຕື້​ດົ່ງ (ກວ່າ 8 ລ້ານ USD) ເພື່ອ​ໃຫ້ 16 ຕາ​ແສງ​ແຄມ​ທະ​ເລ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​​ໜູນ​ຊ່ວຍ​ຊາວ​ປະ​ສົງ​ທີ່ບໍ່​ມີ​ເງື່ອນ​ໄຂ​ເຄື່ອນ​ໄຫວ​ຢ່າງ​ພຽງ​ພໍ, ພ້ອມ​ທັງ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ.

Top